Marvel Studios ຢືນຢັນ ຈະບໍ່ມີການໃຊ້ CGI ຟື້ນຄືນຊີບໃຫ້ Chadwick Boseman ໃນ Black Panther 2


ຖືເປັນອີກຄຳຖາມສຳຄັນທີ່ຫຼາຍຄົນຢາກຮູ້ຄຳຕອບ ໂດຍສະເພາະແຟນໆຮູບເງົາເລື່ອງ Black Panther  ວ່າທາງ Marvel Studios ຈະເຮັດແນວໃດຕໍ່ໄປກັບບົດບາດຣາຊາຂອງ ແຊດວິກ ໂບດແມນ ຫຼັງນັກສະແດງຝີມືດີຜູ້ນີ້ເສຍຊີວິດຢ່າງສະຫງົບພ້ອມຊັອກຄົນທັງໂລກດ້ວຍໂຣກມະເຮັງລຳໄສ້ໃນເດືອນສິງຫາທີ່ຜ່ານມາ. ຫຼ້າສຸດ ເມື່ອ ວິກຕໍເຣຍ ອອນໂຊ ຜູ້ອຳນວຍການບໍລິຫານດ້ານການຜະລິດຂອງ Marvel Studios ອອກມາຢືນຢັນເພື່ອເປັນການແກ້ໄຂປິດສະໜານີ້ວ່າ

ທາງ Marvel Studios ໄດ້ຕັດສິນໃຈຢ່າງໜັກແໜ້ນແລ້ວວ່າຈະບໍ່ມີການໃຊ້ CGI ຫຼື ເຕັກໂນໂລຊີໃດໆ ເພື່ອເຮັດໃຫ້ໂບດແມນ ກັບມາຮັບບົດຄິງທີຊາລາອີກຄັ້ງໃນຮູບເງົາເລື່ອງນີ້ໃນພາກຕໍ່ ຢ່າງ Black Panther 2

“ບໍ່ເດັດຂາດ ໂລກໃບນີ້ມີໂບດແມນພຽງຄົນດຽວເທົ່ານັ້ນ. ມັນໜ້າເສົ້າທີ່ຕອນນີ້ເຂົາບໍ່ໄດ້ຢູ່ກັບເຮົາແລ້ວ ຣາຊາຂອງພວກເຮົາໄດ້ສິ້ນພະຊົນລົງໃນໂລກແຫ່ງຄວາມເປັນຈິງແລ້ວ, ຕອນນີ້ເຮົາກຳລັງໃຊ້ເວລາເພື່ອຄິດຫາຫົນທາງຢູ່ ວ່າຈະເຮັດແນວໃດໃຫ້ເລື່ອງລາວມັນສາມາດເດີນຕໍ່ໄປໄດ້. ຕະຫຼອດເວລາ 5 ປີທີ່ເຮົາໃຊ້ເວລາຮ່ວມກັນ ໂບດແມນ ບໍ່ໄດ້ເປັນພຽງມະນຸດຜູ້ມີຄວາມສາມາດເທົ່ານັ້ນ, ແຕ່ສິ່ງທີ່ລາວເຮັດ ການສະແດງເປັນ Black Panther  ມັນຊ່ວຍໃຫ້ຍົກລະດັບໃຫ້ແກ່ບໍລິສັດຂອງເຮົາພ້ອມ ແລະ ທ້າຍທີ່ສຸດກໍໄດ້ຝາກເລື່ອງລາວຂອງຕົວເອງເອົາໄວ້ໃນປະຫວັດສາດ”.

ສຳລັບ Black Panther 2 ມີກຳນົດການເປີດກ້ອງຖ່າຍທຳຊ່ວງຕົ້ນປີ 2021 ແລະ ມີແຜນເຂົ້າສາຍໃນໂຮງຮູບເງົາປີ 2022 ຕົວຮູບເງົາຍັງຄົງມີ ໄຣອັນ ຄູເກີ ເປັນຜູ້ຄຸມໃນຖານະຜູ້ກຳກັບ ແລະ ຄົນຂຽນບົດ. ສ່ວນເລື່ອງຈະເຮັດແນວໃດກັບຕົວລະຄອນຄິງທີຊາລາ ກໍຕ້ອງຖ້າຕິດຕາມນຳກັນອີກວ່າທາງທີມງານມາເວວຈະໃຊ້ວິທີຄັດນັກສະແດງເພື່ອຫານັກສະແດງຄົນໃໝ່ມາຮັບບົດນີ້ໄປເລີຍ ຫຼື ຈະຂຽນບົດສ້າງເງື່ອນໄຂໃຫ້ຄິງທີລາຊາເສຍຊີວິດລົງຕາມໂບດແມນ ເພື່ອປູເລື່ອງສູ່ການຖືກຳເນີດຂອງ Black Panther ຄົນໃໝ່.

ທີ່ມາ: https://thestandard.co/black-panther-2-will-not-use-digital-double-of-chadwick-boseman-says/