Marvel Studios ກຳລັງພິຈາລະນາຄືນຊີບຕົວລະຄອນ Iron Man ແລະ Black Widow ໃຫ້ກັບມາລວມທີມ Avengers ອີກຄັ້ງ


ທາງ variety ໄດ້ລາຍງາານວ່າ Marvel Studios ໄດ້ພິຈາລະນາໄອເດຍທີ່ຈະນຳທີມ Avengers ຊຸດທຳອິດ ກັບມາອີກຄັ້ງໃນຮູບເງົາ Avengers ໃນອະນາຄົດ ເຊິ່ງຈະລວມໄປຮອດການຄືນຊີບຕົວລະຄອນຫຼັກຢ່າງ Tony Stark ແລະ Natasha Romanoff.

ທາງເວັບໄຊ ComicBook ໄດ້ອະທິບາຍເພີ່ມເຕີມວ່າ ຖ້າຫາກ Marvel Studios ຕ້ອງການເດິນໄປແນວທາງນີ້ແທ້ ກໍອາດຈະເປັນການນຳຕົວລະຄອນ Iron Man ແລະ Black Widow ມາຈາກຈັກກະວານຄູ່ຂະໜານອື່ນໆ ເຊິ່ງເປັນການເປີດໂອກາດໃຫ້ທີມງານໄດ້ນຳເອົາຕົວລະຄອນມາສ້າງສັນໄດ້.

ແຕ່ຢ່າງໃດກໍຕາມ ທາງ Chris Evans ຜູ້ທີ່ຮັບບົດເປັນ Captain America ຫຼື Steve Rogers ຈະກັບມາຮ່ວມງານຫຼືບໍ່ ເນື່ອງຈາກໃນຕອນຈົບຂອງ ‘Avengers: Endgame’ ຕົວລະຄອນຕົວນີ້ໄດ້ຢ້ອນກັບໄປໃຊ້ຊີວິດໃນອະດີດ ແລ້ວກາຍເປັນຜູ້ເຖົ້າໃນປັດຈຸບັນແລ້ວ.

ອີກປະເດັນທີ່ໜ້າສົນໃຈ ທັງສອງຕົວລະຄອນ Tony Stark ຫຼື Iron Man ທີ່ຮັບບົດໂດຍ Robert Downey Jr. ແລະ Natasha Romanoff ຫຼື Black Widow ທີ່ຮັບບົດໂດຍ Scarlett Johansson ຕ່າງກໍເປັນນັກສະແດງທີ່ມີຄ່າຕົວໃນລະດັບຕົ້ນໆຂອງວົງການ ໄອເດຍນີ້ອາດຈະຕ້ອງໃຊ້ຄ່າໃຊ້ຈ່າຍສູງ. ເຖິງຢ່າງໃດກໍຕາມແນວຄິດນີ້ຈະຍັງຢູ່ໃນຂັ້ນຕອນການພິຈາລະນາ ແລະ ຍັງບໍ່ໄດ້ຮັບການຢືນຢັນວ່າທາງ Robert Downey ຈະຕອບຮັບໄອເດຍນີ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/