ລັດຖະບານ ຄາດຄະເນ ປີ 2023 ເສດຖະກິດຈະຂະຫຍາຍຕົວ 4,2%


ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 9 ເດືອນປີ 2023 ລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວໃນລະດັບ 4,4% ຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 3,4% ຂະແໜງອຸດສາຫະກໍາຂະຫບາຍຕົວ 3,5% ຂະແໜງບໍລິການຂະຫຍາຍຕົວ 5,6% ຂະແໜງພາສີ-ອາກອນ ຜະລິດຕະພັນຂະຫຍາຍຕົວ 3,9% ຄາດຄະເນໝົດປີ ລວມຍອດຜະລິດຕະພັນພາຍໃນຢູ່ໃນລະດັບ 4,2%.

ປັດໄຈທີ່ເຮັດໃຫ້ການຂະຫຍາຍຕົວເສດຖະກິດບໍບັນລຸຄາດໝາຍນັ້ນ ຕົ້ນຕໍແມ່ນຍ້ອນຕົ້ນທຶນການຜະລິດເພີ່ມຂຶ້ນ, ການຜະລິດໃນຂະແໜງພະລັງງານ ກໍມີທ່າອ່ຽງຫຼຸດລົງເຊັ່ນກັນ ເນື່ອງຈາກໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດແຫ້ງແລ້ງ ເຮັດໃຫ້ເຂື່ອນໄຟຟ້າຈຳນວນໜຶ່ງບໍ່ສາມາດຜະລິດກະແສໄຟຟ້າໄດ້ຕາມແຜນກຳນົດໄວ້, ເຖິງແນວໃດກໍຕາມ ຂະແໜງບໍລິການຍັງສືບຕໍ່ເປັນປັດໄຈສຳຄັນປະກອບສ່ວນເຂົ້າໃນການຂະຫຍາຍຕົວເສດຖະກິດຂອງຊາດ ໂດຍສະເພາະກາຍຍົກ-ຂາຍຍ່ອຍ, ຂະແໜງຂົນສົ່ງ ແລະ ຂະແໜງທີ່ພັກອາໄສ ແລະ ອາຫານ (ຂະແໜງທ່ອງທ່ຽວ) ທີ່ມີການຂະຫຍາຍຕົວດີພໍສົມຄວນ ແລະ ຂະແໜງກະສິກຳ ກໍເປັນອີກຂະແໜງໜຶ່ງທີ່ສືບຂະຫຍາຍຕົວດີ.

ໄລຍະ 9 ເດືອນທີ່ຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 29.821 ຕື້ກີບ ເທົ່າກັບ 77% ຂອງແຜນການ ແລະ ໝົດປີຄາດວ່າຈະປະຕິບັດໄດ້ຕາມແຜນການ ຫຼື ລື່ນແຜນ ແລະ ລາຍຈ່າຍທັງໝົດປະຕິບັດໄດ້ຕາມມແຜນການ.

ມູນຄ່າການສົ່ງອອກ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ ເທົ່າກັບ 72,94% ຂອງແຜນການ, ໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາ ເທົ່າກັບ 97,71% ຂອງແຜນການ ມູນຄ່າການນຳເຂົ້າປະຕິບັດໄດ້ 5.010,97 ລ້ານໂດລາ ເທົ່າກັບ 70,58% ຂອງແຜນການ ແລະ ຄາດຄະເນໝົດປີີ ຈະປະຕິບັດໄດ້ 6.937,08 ລ້ານໂດລາ ເທົ່າກັບ 97,71% ຂອງແຜນການ ດຸນການຄ້າເກີນດຸນ 943,79 ລ້ານໂດລາ ແລະ ໝົດປີຈະປະຕິບັດໄດ້ຕາມແຜນການ 1.125 ລ້ານໂດລາ ແຕ່ການຊໍາລະສະສາງຜ່ານລະບົບທະນາຄານຮອດເດືອນກັນຍາໄດ້ 41,32% ຂອງມູນຄ່າການສົ່ງອອກ.

ການລົງທຶນລວມທັງໝົດໃນ 9 ເດືອນຜ່ານມາ ປະຕິບັດໄດ້ 78.693,90 ຕື້ກີບ ເທົ່າກັບ 151,05% ຂອງແຜນການ ເຊິ່ງຄາດຄະເນໝົດປີຈະສາມາດບັນລຸໄດ້ 90.838,00 ຕື້ກີບ ເທົ່າກັບ 174,36% ຂອງແຜນການ ມະຕິສະພາ 52.098 ຕື້ກີບ ເຊິ່ງລື່ນແຜນຍ້ອນມາຈາກການລົງທຶນຂອງພາກເອກະຊົນມີທ່າອ່ຽງເພີ່ມຂຶ້ນ.

ຂໍ້ມູນຈາກ:

ເສະຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/