ທະນາຄານແຫ່ງປະເທດໄທອອກກົດ ຖ້າແອັບທະນາຄານຫຼົ້ມເກີນ 8 ຊົ່ວໂມງຕໍ່ປີ ຈະຖືກປັບໃໝ


ຜູ້ອຳນວຍການ ຝ່າຍກຳກັບ ແລະ ກວດສອບຄວາມສ່ຽງດ້ານເຕັກໂນໂລຊີ ແລະ ສາລະສົນເທດ ທະນາຄານແຫ່ງປະເທດໄທ ໄດ້ເປີດເຜີຍວ່າໃນອີກ 2 ອາທິດ ຫຼື ພາຍໃນເດືອນພະຈິກນີ້ ທະນາຄານແຫ່ງປະເທດໄທ ຈະໄດ້ມີການອອກແກ້ໄຂປະກາດ ເລື່ອງຫຼັກເກນການກຳກັບດູແລຄວາມສ່ຽງດ້ານເຕັກໂນໂລຊີ ແລະ ສາລະສົນເທດຂອງສະຖາບັນການເງິນ ແລະ ສະຖາບັນການເງິນສະເພາະກິດ ເຊິ່ງໄດ້ລະບຸເຖິງບົດລົງໂທດຫາກລະບົບຂັດຂ້ອງດົນນານເກີນທີ່ກຳນົດ.

ໂດຍໄດ້ກຳນົດວ່າລະບົບໂມບາຍແບັງກິ້ງຂອງທະນາຄານຈະຂັດຂ້ອງ ຫຼື ຫຼົ້ມໄດ້ບໍ່ເກີນ 8 ຊົ່ວໂມງພາຍໃນ 1 ປີ ຄືການຫຼົ້ມຕ້ອງຢຸດຊະງັກ ແຕ່ຖ້າຫາກຫຼົ້ມດົນເກີນ 8 ຊົ່ວໂມງຕໍ່ປີ ຈະມີບົດລົງໂທດຕາມລຳດັບຄວາມຮຸນແຮງເລີ່ມຈາກຕັກເຕືອນ ສັ່ງໃຫ້ດຳເນີນການປັບປຸງແກ້ໄຂ ຈົນໂທດສູງສຸດຄືໂທດປັບສູງສຸດ 500,000 ບາດຕໍ່ຄັ້ງ ແລະ ຫາກບໍ່ດຳເນີນການແກ້ໄຂ ຈະປັບເພີ່ມ 5,000 ບາດຕໍ່ມື້.

ສະຖິຕິລະບົບເຕັກໂນໂລຊີສາລະສົນເທດຂອງທະນາຄານພານິດຂັດຂ້ອງ ເມື່ອກວດເບິ່ງຂໍ້ມູນພົບວ່າທະນາຄານພານິດແຕ່ລະແຫ່ງ ມີອັດຕາການຂັດຂ້ອງ ຫຼື ລະບົບນະໂຍບາຍທະນາຄານຫຼົ້ມຫຼຸດເປັນຈຳນວນຫຼາຍ ເຊິ່ງເຊື່ອວ່າການປັບປຸງປະກາດການກຳກັບຄວາມສ່ຽງດ້ານໄອທີນັ້ນ ຈະຊ່ວຍໃຫ້ທະນາຄານເລັ່ງພັດທະນາລະບົບ ແລະ ການຂັດຂ້ອງຂອງໂມບາຍແບັງກິ້ງຫຼຸດໜ້ອຍລົງກວ່າເກົ່າ.

ຂໍ້ມູນຈາກ:

Daily News

Share 2 Trade

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/