ອາຊີບ “ຮັບຈ້າງນອນເຮືອນຜິສິງ” ເພື່ອພິສູດວ່າເຮືອນຫຼັງນີ້ມີຜີແທ້ບໍ່?


ມາໄວໆໃຜທີ່ມັກ “ລ່າ ທ້າ ຜີ” ຫຼືນີ້ອາດຈະເປັນອາຊີບເສີມທີ່ເໝາະສົມກັບຄົນບໍ່ຢ້ານຜີ ເພາະໃນປະເທດຈີນມີອາຊີບ ຮັບຈ້າງນອນເຮືອນຜີ ເພື່ອທ້າພິສູດວ່າສະຖານທີ່ ຫຼື ເຮືອນຫຼັງນັ້ນມີຜີຢູ່ແທ້ຫຼືບໍ່? ແນ່ນອນວ່າຈະມີຄ່າຕອບແທນປະມານ 1,500 ຢວນ ຕໍ່ຄືນ.

ໃນປະເທດຈີນ ມີອະສັງຫາຈຳນວນຫຼາຍທີ່ບໍ່ສາມາດຂາຍອອກເນື່ອງຈາກມີຄົນເສຍຊີວິດໃນທີ່ແຫ່ງນັ້ນ ບໍ່ວ່າຈະເປັນການເສຍຊີວິດແບບປົກກະຕິ ຫຼື ແບບບໍ່ປົກກະຕິ ເຊິ່ງເປັນເລື່ອງທີ່ເສົ້າໃຈສຳລັບອະສັງຫາເຫຼົ່ານີ້ ຄືລາຄາຈະຖືກຫຼາຍເມື່ອທຽບກັບລາຄາຂອງອະສັງຫາທົ່ວໄປ ແຕ່ແນ່ນອນວ່າບໍ່ມີໃຜກ້າຊື້.

ໂດຍອາຊີບຮັບຈ້າງນອນເຮືອນຜີສິງນັ້ນງ່າຍໆ ພຽງແຕ່ໄປນອນໃນສະຖານທີ່ດັ່ງກ່າວເພື່ອພິສູດວ່າທີ່ແຫ່ງນີ້ບໍ່ມີຜີຢູ່ ພ້ອມກັບສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊື້ວ່າບໍ່ມີຜີຢ່າງແນ່ນອນ ແຕ່ອາຊີບນີ້ມີຜູ້ທີ່ມີປະສົບການມາບອກວ່າ ອາຊີບເໝາະກັບການເຮັດເສີມຫຼາຍກວ່າເຮັດເປັນອາຊີບປະຈຳ.

ຢ່າງໃດກໍຕາມ ຫຼາຍຄົນຄົງບໍ່ຢາກນອນເຮືອນຜີສິງ ແຕ່ໃນຕ່າງປະເທດມີບາງຄົນຍອມຈ່າຍເງິນ 300-400 ໂດລາ ເພື່ອໃຫ້ໄດ້ນອນຢູ່ເຮືອນຜີສິງເພື່ອຫວັງເອົາປະສົບການຂົນຫົວລຸກ ຢ່າງເຊັ່ນເຮືອນຕົ້ນແບບໃນເລື່ອງ The Conjuring ທີ່ເປີດໃຫ້ຜູ້ຄົນສາມາດເຂົ້າພັກໄດ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/