MicroStrategy ໄດ້ຊື້ Bitcoin ເກັບອີກ 155 BTC ທ່າມກາງລາຄາຂອງຫຼຽນທີ່ເພີ່ມຂຶ້ນ ເຊິ່ງເຮັດກໍາໄລໄປແລ້ວກວ່າ 900 ລ້ານໂດລາ


MicroStrategy ໄດ້ກຳໄລຈາກການຖືຄອງ Bitcoin ຈຳນວນ 158,400 BTC ມູນຄ່າປະມານ 900 ລ້ານໂດລາ, ເຊິ່ງເປັນຜົນມາຈາກການແນມເຫັນຄວາມເປັນໄປໄດ້ຂອງກອງທຶນ Bitcoin ETF ທີ່ຈະໄດ້ຮັບການອະນຸມັດ.

Michael Saylor ເຊິ່ງເປັນຜູ້ກໍ່ຕັ້ງບໍລິສັດ MicroStrategy ໄດ້ຊື້ Bitcoin (BTC) ເພີ່ມອີກ 6,067 BTC ໃນໄຕມາດທີສາມ ແລະ ໃນເດືອນຕຸລາ, ບໍລິສັດກໍໄດ້ຊື້ Bitcoin ເພິ່ມອີກ 155 BTC, ອີງຕາມຂໍ້ມູນຈາກການຍື່ນລາຍງານລາຍຮັບປະຈໍາໄຕມາດຂອງ MicroStrategy ໃນວັນທີ 1 ພະຈິກ 2023.

Phong Le CEO ຂອງ Michael Saylor ກ່າວຢືນຢັນວ່າບໍລິສັດຈະບໍ່ຖິ້ມກົນລະຍຸດໃນການລົງທຶນ Bitcoin.

“Michael Saylor ຈະສືບຕໍ່ຊື້ ແລະ ຖືຄອງ Bitcoin ຕໍ່ໄປ, ໂດຍສະເພາະແມ່ນສະຖາບັນຕ່າງໆມີທ່າອ່ຽງທີ່ຈະຫັນມາຍອມຮັບ ແລະ ນຳໃຊ້ Bitcoin ຫຼາຍຂຶ້ນ”

ລາຍໄດ້ຂອງ MicroStrategy ໄດ້ເພີ່ມຂຶ້ນ 3% ເມື່ອທຽບເປັນລາຍປີ ເຊິ່ງມີລາຍໄດ້ຢູ່ທີ່ 129.5 ລ້ານໂດລາໃນໄຕມາດຫຼ້າສຸດ. ​ແຕ່​ເຖິງ​ຢ່າງ​ນັ້ນ, ​ລາຍ​ຮັບ​ກໍ​ຍັງ​ບໍ່​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ບໍລິສັດ​ຫຼຸດ​ພົ້ນ​ອອກ​ຈາກ​ການຂາດທຶນ. ເຊິ່ງໃນບັນທຶກຂໍ້ມູນ ໄດ້ສະແດງໃຫ້ເຫັນວ່າບໍລິສັດຍັງຂາດທຶນຢູ່ທີ່ 143.4 ລ້ານໂດລາເມື່ອທຽບເປັນລາຍປີ.

ໃນລາຍງານຜົນປະກອບການຂອງ MicroStrategy ລະບຸວ່າ ສາເຫດທີ່ບໍລິສັດຂາດທຶນແມ່ນຍ້ອນການຫຼຸດລົງຂອງລາຄາ Crypto ແລະ ການເສຍພາສີ ເຮັດໃຫ້ບໍລິສັດຂາດທຶນໂດຍຄິດເປັນເງິນ 33.6 ລ້ານໂດລາຈາກທັງໝົດ 109.6 ລ້ານໂດລາ. ແລະເຖິງແມ່ນວ່າລາຄາຂອງ Bitcoin ຈະເພິ່ມຂຶ້ນໃນທ້າຍປີ, ແຕ່ລາຄາຂອງ Bitcoin ກໍຍັງຫຼຸດລົງ 11.5% ຈາກ 30,480 ໂດລາເຫຼືອ 26,970 ໂດລາໃນໄຕມາດທີ 3 (ນັບຕັ້ງແຕ່ວັນທີ 1 ກໍລະກົດຈົນເຖິງວັນທີ 30 ກັນຍາ)

MicroStrategy ນັ້ນໄດ້ໃຊ້ກົນລະຍຸດໃນການລົງທຶນໃນໄລຍະທີ່ລາຄາຂອງ Bitcoin ກຳລັງຫຼຸດລົງ ໂດຍການຊື້ເພິ່ມຈຳນວນ 6,067 BTC ໃນລາຄາສະເລ່ຍຢູ່ທີ່ 27,590 ໂດລາ.

MicroStrategy ຍັງມີຄວາມໝັ້ນໃຈໃນຜະລິດຕະພັນການວິເຄາະຂໍ້ມູນທຸລະກິດທີ່ປະສົມປະສານກັບປັນຍາປະດິດຂອງບໍລິສັດ. ໂດຍມີລາຍໄດ້ຈາກການນໍາໃຊ້ຊອບແວທີ່ເພີ່ມຂຶ້ນ 16% ແລະ ລາຍໄດ້ຈາກການສະໝັກສະມາຊິກເພີ່ມຂຶ້ນ 28% ເມື່ອທຽບເປັນລາຍປີ.

“ພວກເຮົາເຊື່ອວ່າບໍລິສັດໃນຕອນນີ້ຢູ່ໃນສະຖານະພາບທີ່ດີ ເຊິ່ງພວກເຮົາໄດຮັບຜົນປະໂຫຍດຈາກທັງແຮງໜຸນຈາກ Bitcoin ແລະ ການຂະຫຍາຍຕົວຂອງທຸລະກິດ BI (Business Intelligence).”

ລາຄາຮຸ້ນຂອງ MicroStrategy (MSTR) ເພີ່ມຂຶ້ນ 2.7% ໃນການຊື້ຂາຍນອກເວລາເຮັດວຽກຢູ່ທີ່ 438 ໂດລາ, ອີງຕາມຂໍ້ມູນ Google Finance.

ທີ່ມາ:

cointelegraph

microstrategy

google.finance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/