Secret Invasion ກາຍເປັນຊີຣີ້ຈາກ Marvel Studios ທີ່ໄດ້ຮັບຄະແນນວິຈານຕ່ຳທີ່ສຸດຕະຫຼອດການ


ຫຼືອາດຈະໝົດຍູກຊີຣີ້ Hero ແລ້ວ! ເພາະຊີຣີ້ເລື່ອງ Secret Invasion ຈາກຄ້າຍ Marvel Studios ທີ່ໄດ້ອອກຕອນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວໃນຊ່ອງທາງ  Disney+ ແຕ່ອາດຈະບໍ່ດີເທົ່າທີ່ຄວນ ເນື່ອງຈາກຊີຣີ້ເອງໄດ້ຄະແນນວິຈານເທິງ Rotten Tomatoes ບໍ່ສູງນັ້ນເອງ.

ຄະແນນວິຈານຊີຣີ້ Secret Invasion ໄດ້ຄະແນນບໍ່ຮອດ 60% ໃນຝັ່ງນັກວິຈານ ເຊິ່ງນັບວ່າເປັນຊີຣີ້ຈາກຄ້າຍ Marvel Studios ທີ່ໄດ້ຮັບຄະແນນວິຈານທີ່ຕ່ຳທີ່ສຸດ ໂດຍຊີຣີ້ເລື່ອງນີ້ມີທັງໝົດ 6 ຕອນ ອອກສາຍທາງສະຕຣີມມິງ Disney+ ແຕ່ຕອນສຸດທ້າຍທີ່ມີຊື່ວ່າ Home ເປັນຕອນປິດສາກຊີຣີ້ ໄດ້ຮັບຄະແນນໄປພຽງ 11% ເທົ່ານັ້ນ.

ໂດຍຊີຣີ້ເລື່ອງນີ້ໄດ້ຮັບຄະແນນສະເລ່ຍລວມ 6​ ຕອນໄປພຽງ 57% ແລະ ເບິ່ງຄືວ່າໃນທາງຜູ້ຊົມເອງກໍໄດ້ຄະແນນບໍ່ຕ່າງຈາກນັກວິຈານໄປໄກ ມີຄະແນນຢູ່ທີ່ 61%. ຢ່າງໃດກໍຕາມຄະແນນຂອງຊີີຣີ້ເລື່ອງ Secret Invasion ໄດ້ກາຍເປັນຊີຣີ້ທີ່ໄດ້ຮັບຄະແນນຈາກ Rotten Tomatoes ໃນຝັ່ງນັກວິຈານຕ່ຳທີ່ສູດຕະຫຼອດການ ເຊິ່ງຕ່າງຈາກຊີຣີ້ເລື່ອງອື່ນທີ່ເຮັດຄະແນນໄວ້ສູງ.

ໄດ້ມີການວິເຄາະວ່າສາເຫດທີ່ໄດ້ຮັບການຕອບຮັບທີ່ບໍ່ດີອາດຈະມາຈາກຊີຣີ້ທີ່ເປີດເລື່ອງມາດີແຕ່ມາຕາຍຕອນຈົບ ໃນພາບລວມຖືວ່າດີເປັນຊີຣີ້ແນວຮີໂລ້ສາຍລັບ ໃນຕອນທຳອິດຖືກນຳສະເໜີອອກມາໄດ້ດີ ແລະ ໂດດເດັ່ນແບບທີ່ສຸດ ແຕ່ເມື່ອຊີຣີ້ເດີນທາງມາຮອດໂຄ້ງສຸດທ້າຍ ທີມສ້າງກັບບໍ່ສາມາດເອົາຈຸດເດັ່ນທີ່ຕົວລະຄອນສ້າງໄວ້ມາໃຊ້ໄດ້ຢ່າງເຕັມທີ່ ພ້ອມກັບພະຍາຍາມລວບລັດຕັດຕອນເລື່ອງ ແລະ ຍັງຖິ້ມປົມບັນຫາຂອງຕົວລະຄອນໄວ້ແບບບໍ່ມີຊັ້ນເຊີງ ຈົນສົ່ງໃຫ້ບົດສະຫຼຸບຂອງ  Nick Fury ບໍ່ເປັນທີ່ໜ້າຈົດຈຳພໍເທົ່າໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/