NASA ຈະເປີດຕົວບໍລິການສະຕຣີມມິງເປັນຂອງຕົນເອງໃນປາຍປີນີ້


ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດອາເມຣິກາ ຫຼື NASA ໄດ້ອອກມາປະກາດວ່າປາຍປີນີ້ຈະເປີດຕົວແພລັດຟອມສະຕີມມິງຊື່ວ່າ NASA+ ແລະ ອັບເກຣດແອັບ NASA ທີ່ມີຟີເຈີສະຕຣີມມິງແບບບໍ່ມີໂຄສະນາ, ບໍ່ມີຄ່າໃຊ້ຈ່າຍ ແລະ ເໝາະສຳລັບຄອບຄົວ.

ເຊິ່ງຜູ້ໃຊ້ເອງຈະສາມາດຊົມການຖ່າຍທອດສົດງານມອບຮາງວັນ Emmy Award ແລະ ພາລະກິດຂອງ NASA ຕະຫຼອດຈົນຮອດມີວິດີໂອໃນຊີຣີ້ຕ່າງໆ ແລະ ຈະມີຊີຣີ້ໃໝ່ທີ່ຜະລິດຂຶ້ນມາສຳລັບເປີດຕົວ ພ້ອມກັບການບໍລິການສະຕຣີມ.

Marc Etkind ຜູ້ຊ່ວຍຜູ້ດູແລລະບົບຝ່າຍສື່ສານຂອງສຳນັກງານໃຫຍ່ NASA ເຜີຍວ່າ ນາຊາກຳລັງມອບເລືື່ອງລາວກ່ຽວກັບອະວະກາດໃນແບບວິດີໂອອອນດີມານ ໄວ້ທີ່ປາຍນິ້ວມືຂອງທຸກຄົນດ້ວຍທຸກແພລັດຟອມການສະຕຣີມມິງໃໝ່ ເຊິ່ງການປ່ຽນຜ່ານດ້ານດິຈິຕອລຂອງນາຊາ ຈະຊ່ວຍບອກເລົ່າເລື່ອງລາວໄດ້ດີຂຶ້ນວ່ານາຊາສຳຫຼວດ ສິ່ງທີ່ບໍໍ່ຮູ້ຈັກໃນອາກາດ ແລະ ອະວະກາດ ສ້າງບັນດາແຮງໃຈຜ່ານການຄົ້ນພົບ ແລະ ສ້າງສັນສິ່ງໃໝ່ໆ ເພື່ອປະໂຫຍດຂອງມະນຸດຊາດ.

ແພລັດຟອມ NASA+ ສາມາດໃຊ້ງານຜ່ານແອັບ NASA ເທິງແພລັດຟອມຫຼັກໆສ່ວນໃຫຍ່ທັງລະບົບ iOS ແລະ ລະບົບ Android ເທິງອຸປະກອນມືຖື ແລະ ແທັບແລັບ ລວມເຖິງເຄື່ອງຫຼິ້ນສະຕຣີມມິງເຊັ່ນ Roku, Apple TV ແລະ Fire TV ຕະຫຼອດຈົນສາມາດເປີດເບິ່ງເທິງເວັບໄຊໄດ້ທັງຄອມພິວເຕີ ແລະ ອຸປະກອນມືຖື.

ທາງ NASA ຍັງກ່າວເພີ່ມເຕີມວ່າຫຼັງຈາກເປີດຕົວແພລັດຟອມໃໝ່ NASA ກໍຍັງຄົງມີການເຊື່ອມຕໍ່ໄປທາງເວັບໄຊ ແລະ ຄັງມັລຕິມີເດີຍຂອງໜ່ວຍງານ ເພື່ອປັບປຸງຂໍ້ມູນທີ່ໃຊ້ຮ່ວມກັນໃນສ່ວນກາງ ພາລະກິດ ແລະ ໂຄງການທັງໝົດໃຫ້ມີປະສິດທີພາບຫຼາຍຂຶ້ນ ເຊິ່ງຈະຊ່ວຍໃນການແບ່ງປັນຄວາມຮູ້ທາງວິທະຍາສາດ ການວິໄຈ ການສຳຫຼວດ ແລະ ນະວັດຕະກຳໃຫ້ກັບໂລກຜ່ານແພລັດຟອມ NASA+ ແລະ ເວັບໄຊທີ່ເຊື່ອມເຖິງກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/