ວັກຊີນໃໝ່ຈາກ ໂມເດີນາ ມີປະສິດທິພາບປ້ອງກັນໂຄວິດ-19 ໄດ້ເກືອບ 95%


ຂໍ້ມູນໃນເບື້ອງຕົ້ນຂອງ “ໂມເດີນາ” (Moderna) ບໍລິສັດເຕັກໂນໂລຊີຊີວະພາບ ແລະ ເວດຊະພັນ ຈາກອາເມຣິກາ ບົ່ງບອກວ່າ ວັກຊີນໃໝ່ຂອງບໍລິສັດມີປະສິດທິພາບ ແລະ ປ້ອງກັນໂຄວິດ-19 ໄດ້ເກືອບ 95%.

ຜົນການທົດລອງນີ້ເກີດຂຶ້ນບໍ່ດົນຫຼັງຈາກບໍລິສັດໄຟເຊີ (Pfizer) ໄດ້ປະກາດຂ່າວດີວ່າ ທາງບໍລິສັດສາມາດຄິດຄົ້ນວັກຊີນປ້ອງກັນໂຄວິດ-19 ໄດ້ເຖິງ 90% ແລະ ສ້າງຄວາມໝັ້ນໃຈໃຫ້ກັບໂລກວ່າ ວັກຊີນຈະຊ່ວຍຢຸດວິກິດໂຣກລະບາດນີ້ໄດ້ໃນໄວໆ.

ທາງໂມເດີນາ ແລະ ໄຟເຊີ ຕ່າງກໍໃຊ້ນະວັດຕະກຳ ແລະ ວິທີການທົດລອງຂັ້ນສູງໃນການອອກແບບວັກຊີນທັງສອງຊະນິດ. ໂມເດີນາລະບຸວ່າ ນີ້ແມ່ນ “ວັນທີ່ຍິ່ງໃຫຍ່” ແລະ ທາງບໍລິສັດວາງແຜນຈະຂໍໃບອະນຸຍາດໃນການນຳໃຊ້ວັກຊີນນີ້ອີກ 2-3 ອາທິດຂ້າງໜ້າ.

ຢ່າງໃດກໍຕາມ ນີ້ຍັງເປັນຂໍ້ມູນເບື້ອງຕົ້ນ ແລະ ຍັງມີຄຳຖາມທີ່ສຳຄັນທີ່ຍັງບໍ່ໄດ້ຄຳຕອບອີກຫຼາຍຂໍ້ຄື:

ມັນມີປະສິດທິພາບເທົ່າໃດ?

ໂມເດີນາທົດລອງວັກຊີນນີ້ກັບອາສາສະໝັກ 30,000 ຄົນ ໃນອາເມຣິກາ ໂດຍໃຫ້ອາສາສະໝັກເຄິ່ງໜຶ່ງໄດ້ຮັບວັກຊີນ 2 ໂດສ ໂດຍມີໄລຍະການໃຫ້ຫ່າງກັນ 4 ອາທິດ ເຊິ່ງອາສາສະໝັກທີ່ເຫຼືອໄດ້ຮັບວັກຊີນປອມເຊິ່ງບໍ່ມີຕົວຢາແທ້. ຜົນປາກົດວ່າ ມີອາສາສະໝັກທີ່ໄດ້ຮັບວັກຊີນແທ້ ຕິດເຊື້ອພຽງ 5 ຄົນ, ສ່ວນກຸ່ມທີ່ໄດ້ຮັບເຊື້ອປອມ ຕິດເຊື້ອໄປ 90 ຄົນ, ບໍລິສັດລລະບຸວ່າ ວັກຊີນນີ້ສາມາດປ້ອງກັນການຕິດເຊື້ອໄດ້ເຖິງ 94.5%

ນອກຈາກນີ້ຂໍ້ມູນຍັງສະແດງໃຫ້ເຫັນວ່າ ໃນການທົດລອງນີ້ມີຜູ່ປ່ວຍຕິດເຊື້ອໂຄວິດ-19 ອາການຮຸນແຮງ 11 ຄົນ ແຕ່ບໍ່ແມ່ນກຸ່ມທີ່ໄດ້ຮັບວັກຊີນແທ້.

ທາລ ແຊັກ ຫົວໜ້າຝ່າຍການແພດຂອງໂມເດີນາ ໃຫ້ສຳພາດກັບບີບີຊີວ່າ “ວັກຊີນໂຕນີ້ມີປະສິດທິພາບທີ່ດີເລີດຫຼາຍ ມັນເປັນວັນທີ່ຍິ່ງໃຫຍ່”

ເມື່ອໃດຈະໄດໃຊ້ວັກຊີນນີ້?

ມັນຂຶ້ນກັບວ່າເຮົາຢູ່ປະເທດໃດ

ໂມເດີນາ ລະບຸວ່າ ບໍລິສັດຈະເຮັດເລື່ອງຂໍອະນຸມັດໃຊ້ຢາຕໍ່ໜ່ວຍງານກຳກັບດູແລໃນສະຫະລັດອາເມຣິກາ ໃນອີກ 2-3 ອາທິດຕໍ່ໜ້າ ແລະ ຄາດວ່າຈະມີວັກຊີນ 20 ລ້ານໂດສໃນສະຫະລັດອາເມຣິກາ.

ບໍລິສັດຍັງມີແຜນຈະຜະລິດວັກຊີນອອກ 1000 ລ້ານໂດສ ໃຫ້ກັບປະເທດອື່ນໆທົ່ວໂລກໃນປີໜ້າ ແລະ ເຮັດເລື່ອງຂໍອະນຸຍາດນຳໃຊ້ໃນປະເທດອື່ນອີກ.

ມີເລື່ອງຫຍັງທີ່ເຮົາຍັງບໍ່ຮູ້ອີກ?

ຂະນະນີ້ຍັງບໍ່ຮູ້ວ່າ ວັກຊີນນີ້ຈະມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄດ້ດົນເທົ່າໃດ ອາດຈະຕ້ອງຕິດຕາມອາສາສະໝັກໃຫ້ດົນກວ່ານີ້.​ ເຖິງວ່າຈະມີຂໍ້ທີ່ບົ່ງບອກວ່າ ສາມາດປ້ອງກັນການຕິດເຊື້ອໃນກຸ່ມຜູ່ສູງອາຍຸໄດ້ ເຊິ່ງເປັນກຸ່ມທີ່ສ່ຽງຈະເສຍຊີວິດຫຼາຍທີ່ສຸດ ແຕ່ກໍຍັງບໍ່ມີຂໍ້ມູນທີ່ສົມບູນເລື່ອງນີ້.

ແຊັກ ບອກກັບບີບີຊີວ່າ ຂໍ້ມູນປັດຈຸບັນບົ່ງບອກວ່າ ວັກຊີນຈະບໍ່ສູນເສຍປະສິດທິພາບໃນການປ້ອງກັນການຕິດເຊື້ອໄປຕາມອາຍຸຂອງຜູ່ຮັບ.

ນອກຈາກນີ້ຍັງບໍ່ຮູ້ວ່າວັກຊີນຊະນິດນີ້ຈະສາມາດຢຸດຢັ້ງໃຫ້ຜູ່ຕິດເຊື້ອ ມີອາການປ່ວຍໜັກ ແລະ ຢຸດແຜ່ເຊື້ອໄດ້ ຫຼື ບໍ່?

ທີ່ມາ: https://www.bbc.com/thai/international-54964287