ແຟນໆ Disney ຫ້າມພາດກັບງານຄອນເສີດ “‘Disney Princess – The Concert in Bangkok”


ບອກເລີຍວ່າໃຜທີ່ເປັນແຟນເຈົ້າຍິງ Disney ຫ້າມພາດກັບງານນີ້ ເມື່ອປາຍປີນີ້ຈະມີງານຄອນເສີດສຳລັບຄົນທີ່ຮັກເຈົ້າຍິງກັບງານ “‘Disney Princess – The Concert in Bangkok” ຄອນເສີດທີ່ຈະຮວບຮວມຜົນງານເພງຂອງເຈົ້າຍິງ Disney ມາແບບຈັດເຕັມ.

ງານນີ້ບອກເລີຍວ່າຫູທອງຄຳຢ່າງແນ່ນອນ ເພາະຈະຂົນບົດເພງທີ່ຫຼາຍຄົນຄຸ້ນຫູ ແລະ ເຄີຍຮ້ອງຕາມ ພ້ອມທີມນັກສະແດງຄຸນະພາບ ແລະ ຜູ້ໃຫ້ສຽງພາກໃນຜົນງານຕ່າງໆຂອງ Disney ທີ່ພ້ອມຍົກທັບມາຈາກບອດເວ ເພື່ອມາສະແດງໃນງານນີ້ຢ່າງແນ່ນອນ.

ໂດຍການສະແດງໃນຄັ້ງນີ້ຈະມີຄວາມຍາວຫຼາຍກວ່າ 2 ຊົ່ວໂມງ ກັບງານໂປດັກຊັນໃນຮູບແບບມິວສິຄໍລະດັບໂລກ ທີ່ຈະມາສ້າງຄວາມປະທັບໃຈຈາກກາຕູນເລື່ອງຕ່າງບໍ່ວ່າຈະເປັນເພງສຸດໂດ່ງດັງຢ່າງ  “Let It Go”, “How Far I’ll Go”, “A Whole New World”, “Colors of the Wind”, “Part of Your World”, “Almost There” ແລະ ບົດເພງອື່ນໆອີກຫຼາກຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/