Nokia ກຽມປົດພະນັກງານປະມານ 14,000 ຕໍາແໜ່ງ ເນື່ອງຈາກຍອດຂາຍ-ກໍາໄລຫຼຸດລົງ


ບໍລິສັດເຕັກໂນໂລຊີສາລະສົນເທດ ໂທລະຄົມຂ້າມຊາດ ແລະ ຜະລິດຕະພັນເອເລັກໂຕຣນິກ ເພື່ອຜູ້ບໍລິໂພກ ສັນຊາດຟິນແລນ ໄດ້ລະບຸວ່າ ຈະຫຼຸດພະນັກງານຫຼາຍເຖິງ 14,000 ຕໍາແໜ່ງ ເຊິ່ງເປັນສ່ວນໜຶ່ງຂອງແຜນການຫຼຸດຕົ້ນທຶນ ຫຼັງຈາກຜົນປະກອບການໄຕມາດ 3 ຫຼຸດລົງ.

Nokia ກ່່າວວ່າຈະຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບການດຳເນີນງານ ເພື່ອຈັດການກັບສະພາບແວດລ້ອມທາງການຕະຫຼາດທີ່ທ້າທາຍ ໂດຍຕັ້ງເປົ້າທີ່ຈະຫຼຸດຕົ້ນທຶນ ໂດຍລວມຕັ້ງແຕ່ປີ 2023 ລະຫວ່າງ 800 ລ້ານຢູໂຣ ຫຼື ປະມານ 8.425 ແສນລ້ານໂດລາສະຫະລັດ ແລະ 1.2 ພັນລ້ານຢູໂຣພາຍໃນທ້າຍປີ 2026.

ເຮັດໃຫ້ຈໍານວນພະນັກງານໃນປັດຈຸບັນຫຼຸດລົງຈາກ 86,000 ຄົນ ເຫຼືອລະຫວ່າງ 72,000 ເຖິງ 77,000 ຄົນ. ການຫຼຸດລົງຂອງຈຳນວນພະນັກງານຈະຫຼາຍໃນຄັ້ງນິ້, ເກີດຂຶ້ນຫຼັງຈາກNokia ລາຍງານຍອດຂາຍສຸດທິໄຕມາດທີ 3 ຫຼຸດລົງ 20% ເມື່ອທຽບເປັນລາຍປີ ເຫຼືອ 4.98 ພັນລ້ານຢູໂຣ ແລະ ກຳໄລໃນເວລາດັ່ງກ່າວຫຼຸດລົງ 69% ເມື່ອທຽບເປັນລາຍປີ ຢູ່ທີ່ 133 ລ້ານຢູໂຣ. ຍອດຂາຍ ແລະ ຜົນກຳໄລຫຼຸດລົງມີສາເຫດຫຼັກມາຈາກທຸລະກິດໃນສະຫະລັດທີ່ຊົບເຊົາລົງ.

ຂໍ້ມູນຈາກ: Bangkok Biz News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/