Lay Zhang ເຊັນສັນຍາເຂົ້າສູ່ວົງການ Hollywood ເປັນທີ່ຮຽບຮ້ອຍ


Lay Zhang ອະດີດສະມາຊິກບອຍແບນສັນຊາດເກົາຫຼີຢ່າງ EXO ໃນຕອນເວົ້າໄດ້ເຕັມປາກວ່າເປັນອີກໜຶ່ງຄົນທີ່ມີຊື່ສຽງໂດ່ງດັງໄປທົ່ວອາຊີ ຈົນໃນທີ່ສຸດກໍໄດ້ເຂົ້າສູ່ເສັ້ນທາງການສະແດງ ແລະ ປະສົບຄວາມສຳເລັດຢ່າງລົ້ນເຫຼືອມາຈາກຮູບເງົາ No More Bets ທີ່ກວາດລາຍໄດ້ທົ່ວໂລກໄປຮອດ 530 ລ້ານໂດລາ.

Lay ໄດ້ເຂົ້າເຊັນສັນຍາກັບທາງ Range Media ບໍລິສັດທີ່ຈັດການດູແລດາຣາດັງຫຼາກຫຼາຍຄົນບໍ່ວ່າຈະເປັນ  Bradley Cooper ແລະ Tom Hardy ນີ້ອາດແມ່ນຈຸດເລີ່ມຕົ້ນ ພ້ອມເປັນສັນຍານທີ່ດີທີ່ຈະໄດ້ເຫັນຜົນງານຂອງ Lay ໃນເສັ້ນທາງຂອງ Hollywood.

ໂດຍທາງ Lay Zhang ເອງກໍໄດ້ໃຫ້ສຳພາດວ່າ “ຂ້ອຍຢາກເປັນນັກສະແດງທີ່ສາມາດເຊື່ອມເອົາວັດທະນະທຳຈີນ ແລະ ອາເມຣິກາເພື່ອໃຫ້ເຂົ້າກັນໄດ້ ຂ້ອຍຄິດວ່າຄວາມສຳເລັດຂອງຮູບເງົາ No More Bets ໃນປະເທດຈີນເປັນພຽງຈຸດເລີ່ມຕົ້ນຂອງການທີ່ຂ້ອຍຈະໄດ້ການຍອມຮັບໃນຖານະນັກສະແດງໃນເສັ້ນທາງ Hollywood”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/