ລັດຖະບານສະຫະລັດມີ Bitcoin ໃນການຄອບຄອງຫຼາຍກວ່າ 200,000 BTC “ຈາກການຢຶດຊັບ” ກາຍເປັນໜຶ່ງໃນຜູ້ຖື Bitcoin ລາຍໃຫຍ່ທີ່ສຸດໃນໂລກ


The Wall Street Journal ສຳນັກຂ່າວຕ່າງປະເທດໄດ້ມີການເປີດເຜີຍວ່າ ລັດຖະບານສະຫະລັດໄດ້ຄອບຄອງ Bitcoin ຫຼາຍກວ່າ 200,000 BTC ເຊິ່ງມີມູນຄ່າຫຼາຍກວ່າ 5 ຕື້ໂດລາ, ກາຍເປັນໜຶ່ງໃນຜູ້ຖືຄອງ Bitcoin ລາຍໃຫຍ່ທີ່ສຸດໃນໂລກ.

ໂດຍແຫຼ່ງທີ່ມາຂອງ Bitcoin ອັນມະຫາສານນີ້ ລັດຖະບານໄດ້ມາຈາການຢຶດຊັບຄະດີສໍ້ໂກງ ແລະ ລວມທັງກໍລະນີແຮັກຕ່າງໆໃນລາຍຄັ້ງທີ່ຜ່ານມາ ຕົວຢ່າງເຊັ່ນ: ຄະດີ  Silk Road ທີ່ໄດ້ມີການຢຶດ Bitcoin ເຖິງ 69,369 BTC ຈາກ Ross Ulbricht ໃນເດືອນພະຈິກ ປີ 2020, ການແຮັກ  Bitfinex ເຮັດໃຫ້ລັດຖະບານສາມາດຢຶດ Bitcoin ໄດ້ອີກ 94,643 BTC ໃນເດືອນມັງກອນ ປີ 2022 ແລະ ມີການຢຶດ Bitcoin ອີກ 51,326 BTC ໃນເດືອນມີນາ ປີ 2022.

ຈາກການຢຶດຊັບໃນຄະດີຄວາມຕ່າງໆເຮັດໃຫ້ໃນປັດຈຸບັນ ລັດຖະບານສະຫະລັດສາມາດຄອບຄອງສະກຸນເງິນ Bitcoin ຫຼາຍເຖິງ 215,000 BTC. ໂດຍສິ່ງທີ່ໜ້າສົນໃຈກໍຄືໃນປະລິມານດັ່ງກ່າວມີຈຳນວນຫຼາຍກວ່າ MicroStrategy ເຊິ່ງໃນປັດຈຸບັນມັນເປັນບໍລິສັດສາທາລະນະທີ່ຖືຄອງ Bitcoin ຫຼາຍທີ່ສຸດໃນໂລກທີ່ 158,245 BTC ຕີເປັນມູນຄ່າປະມານ 4.26 ຕື້ໂດລາ.

ຫຼັງຈາກທີ່ລັດຖະບານໄດ້ຢຶດ BTC ທີ່ໄດ້ຮັບມາຈກາແຫຼ່ງຜິດກົດໝາຍເໂດຍຜ່ານການດໍາເນີນງານ, ຂະບວນການທາງກົດໝາຍທີ່ຕ້ອງລະໝັດລະວັງເປັນພິເສດກໍໄດ້ເລີ່ມຕົ້ນຂຶ້ນພາຍ​ໃຕ້​ຄຳ​ສັ່ງ​ຂອງ​ກະຊວງ​ຍຸຕິ​ທຳ​ສະຫະລັດ ເຊິ່ງໃນບາງກໍລະນີກໍອາດໃຊ້ເວລາຫຼາຍປີ.

ຫຼັງຈາກຂັ້ນຕອນທາງດ້ານກົດໝາຍທັງໝົດສຳເລັດແລ້ວ, ຄວາມຮັບຜິດຊອບສໍາລັບການຊໍາລະບັນຊີ BTC ທີ່ຖືກຢຶດໄດ້ຈະຖືກໂອນໄປຫາ US Marshals Service, ແລ້ວນຳ Bitcoin ເຫຼົ່ານັ້ນຈັດຕັ້ງການປະມູນແບບສາທາລະນະ.

ເຊິ່ງທີ່ຜ່ານມາ, ລັດຖະບານສະຫະລັດໄດ້ທະຍອຍຂາຍອອກໄປແລ້ວ 4 ງວດຜ່ານເວັດເທຣດ Coinbase. ອີງຕາມຂໍ້ມູນທີ່ຖືກເປີດເຜີຍແບບສາທາລະນະ, ລັດຖະບານສະຫະລັດໄດ້ຂາຍ Bitcoin ໄປແລ້ວກວ່າ 9,118 BTC.

ທີ່ມາ

coin-turk

LONGLONGTHUN

wsj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/