Lightning Labs ປະກາດເປີດຕົວ “Taproot Assets alpha” ການນຳເອົາ Stablecoin ເຂົ້າມາສູ່ Bitcoin blockchain


Lightning Labs ບໍລິສັດໂຄງສ້າງພື້ນຖານດ້ານ Blockchain ແລະ Bitcoin Layer-2 ໄດ້ປະກາດເປີດຕົວ Mainnet alpha ຂອງ Taproot Assets, ເຊິ່ງເປັນໂປໂຕຄອນສຳລັບການເປີດໃຊ້ງານຫຼຽນ Stablecoin ແລະ ສິນຊັບໃນໂລກແຫ່ງຄວາມເປັນຈິງໃນ Bitcoin ແລະ Lightning Network

Ryan Gentry ຜູ້ອໍານວຍການຝ່າຍພັດທະນາທຸລະກິດຂອງ Lightning Labs ກ່າວວ່າ Taproot Assets ແມ່ນວິທີການແປງເງິນໂດລາໃຫ້ກາຍເປັນ Bitcoin ແລະ ສິນຊັບການເງິນຂອງໂລກ, ແລະໃນປັດຈຸບັນທາງບໍລິສັດກໍໄດ້ມີການອັບເດດເວີຊັນຫຼ້າສຸດແລ້ວ

ໂດຍ Taproot Assets v0.3 ເຊິ່ງເປັນເວີຊັນຫຼ້າສຸດຈະມອບປະສົບການພັດທະນາທີ່ຄົບໃຫ້ກັບນັກພັດທະນາເພື່ອໃຫ້ບໍລິການ, ຈັດການ, ສຳຫຼວດ Stablecoin ແລະ ສິນຊັບອື່ນໆໃນ Blockchain ຂອງ Bitcoin.

“ພວກເຮົາເຊື່ອວ່າໃນຍຸກໃໝ່ຂອງ Bitcoin ຈະເຫັນສະກຸນເງິນທົ່ວໂລກຫຼາຍຂຶ້ນທີ່ໃຫ້ບໍລິການໃນຊື່ Taproot Assets ແລະ ທຸລະກຳແລກປ່ຽນເງິນຕາຕ່າງປະເທດຂອງໂລກຈະໄດ້ຮັບການຊຳລະຜ່ານໂດຍທັນທີຜ່ານ Lightning Network”

Lightning Labs ໄດ້ລະບຸໃນໂພສຢູ່ໃນແພລັດຟອມ X ວ່າ “ການເປີດຕົວໃນຄັ້ງນີ້ ຈະເຮັດໃຫ້ນັກພັດທະນາສາມາດໃຫ້ບໍລິການສິນຊັບທາງດ້ານການເງິນໃນ Blockchain ທີ່ສາມາດປັບຂະໜາດໄດ້ ແລະ ນີ້ຖືໄດ້ວ່າເປັນຍຸກໃໝ່ຂອງ multi-asset bitcoin”

ໂດຍ Taproot Assets ເວີຊັນຫຼ້າສຸດຈະເຮັດວຽກໂດຍການສົ່ງຜ່ານສະພາບຄ່ອງ Bitcoin ທີ່ມີຢູ່ໃນ Lightning Network. ເຊິ່ງການອັບເດັດໃນຄັ້ງນີ້ຈະຂະຫຍາຍຜົນກະທົບເຄືອຂ່າຍຂອງ Bitcoin ແລະ ເຮັດໃຫ້ມັນໄປໜ້າໄປອີກຂັ້ນໜຶ່ງເພື່ອໃຫ້ເຂົ້າໃກ້ກັບການ “ປ່ຽນເງິນໂດລາໃຫ້ກາຍເປັນ Bitcoin”

“ນີ້ແມ່ນວິທີທີ່ຈະເຮັດໃຫ້ Bitcoin ເປັນເຄືອຂ່າຍທີ່ກຳນົດເສັ້ນທາງທົ່ວໂລກສໍາລັບການເງິນໃນໂລກອິນເຕີເນັດ ແລະ ແມ່ນວິທີການແປງເງິນໂດລາ ແລະ ສິນຊັບທາງດ້ານການເງິນໃນທົ່ວໂລກໃຫ້ກາຍເປັນ Bitcoin” Ryan Gentry ກ່າວຕື່ມ.

ເຊິ່ງກ່ອນໜ້ານີ້, Ryan Gentry ໄດ້ເປີດເຜີຍກ່ອນທີ່ຈະເປີດຕົວ Mainnet alpha  ວ່າໄດ້ມີການສ້າງ Taproot Assets ເກືອບ 2,000 ລາຍການໃນເຄືອຂ່າຍທົດສອບໃນຫຼາຍເດືອນທີ່ຜ່ານມາ. ໂດຍທົ່ວໄປແລ້ວການເປີດຕົວ Alpha ມັກຈະຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ, ດັ່ງນັ້ນ Lightning Labs ຈຶ່ງຄາດຫວັງຊຸມຊົນຈະຊ່ວຍທົດສອບເພື່ອຊອກຫາບົກຜ່ອງທີ່ອາດຈະເກີດຂຶ້ນ.

ນອກເໜືອໄປຈາກການເປີດຕົວໃນຄັ້ງນີ້ແລ້ວ, Lightning Labs ຍັງມີການພັດທະນາອື່ນໆໃນລະບົບນິເວດ Bitcoin ເຊັ່ນ: Bitcoin Drivechains (ຜ່ານ Bitcoin Improvement Proposal-300), Spiderchain ຂອງ Botanix Labs, ແລະ BitVM, ເຊິ່ງການພັດທະນາທັງໝົດນີ້ແມ່ນມີຈຸດປະສົງເພື່ອຂະຫຍາຍຄວາມສາມາດຂອງ Bitcoin.

ທີ່ມາ:

cointelegraph

lightning.engineering

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/