ຮອງປະທານສະພາ ລະບຸ “ລົດໄຟລາວ-ຈີນ ເປັນແມ່ແຮງ ດຶງດູດການລົງທຶນຈາກຕ່າງປະເທດ”


ຮອງປະທານສະພາແຫ່ງ ສປປ ລາວ ໄດ້ເປີດເຜີຍກັບສື່ມວນຊົນຂອງ ສປ ຈີນ ວ່າ ລົດໄຟລາວ-ຈີນ ເປັນແມ່ແຮງ ດຶງດູດການລົງທຶນຈາກຕ່າງປະເທດ ມາສູ່ ສປປ ລາວ.

ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວທີ່ມາເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ຢູ່ທີ່ນະຄອນຫຼວງປັກກິ່ງໄດ້ສຳພາດຕໍ່ນັກຂ່າວ ໂດຍກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ 8 ຂໍ້ກ່ຽວກັບການສະໜັບສະໜູນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນະພາບສູງໃນກອງປະຊຸມຄັ້ງນີ້, ຜູ້ນຳຫຼາຍປະເທດໄດ້ສະໜັບສະໜູນ, ຝ່າຍລາວກໍສະໜັບສະໜູນເຊັ່ນດຽວກັນ. ເສັ້ນທາງລົດໄຟລາວຈີນເປັນແມ່ແຮງດຶງດູດການພັດທະນາຂອງລາວ ດຶງດູດບໍລິສັດຂອງຈີນ ກໍຄືບໍລິສັດຕ່າງປະເທດມາລົງທຶນຢູ່ສປປລາວ.

ໂດຍການເຂົ້າມາຂອງ ເສັ້ນທາງລົດໄຟລາວ-ຈີນ ນັ້ນ ຖືເປັນໂອກາດອັນໃຫຍ່ຫຼວງ ໃນດ້ານການຂົນສົ່ງ ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນເປັນປະເທດທີ່ສາມາດເຊື່ອມຕໍ່ກັບ ບັນດາປະເທດອ້ອມຂ້າງ ໄດ້ຜ່ານທາງລົດໄຟ ຕາມແນວທາງໂຄງການໜຶ່ງແລວໜຶ່ງເສັ້ນທາງ ທີ່ ສປ ຈີນເປັນຜູ້ລິເລີ່ມ.

ການເຂົ້າມາຂອງເສັ້ນທາງ ລົດໄຟ ລາວ-ຈີນ ໄດ້ກາຍເປັນທ່າແຮງ ໃຫ້ ສປປ ລາວ ມີສັກກະຍະພາບ ພຽງພໍທີ່ຈະກາຍເປັນຕົວເຊື່ອມຕໍ່ດ້ານການຂົນສົ່ງຂອງພາກພື້ນ, ສະເໜີຜົນດີໃຫ້ແກ່ຜູ້ປະກອບການໂດຍກາຍເປັນຕົວເຊື່ອມຕໍ່ດ້ານການຂົນສົ່ງທີ່ສໍາຄັນສໍາລັບອາຊີຕາເວັນອອກສຽງໃຕ້, ຈີນ ແລະ ຢູໂຣບ ໂດຍລາວກໍາລັງສະໜອງໂອກາດທີ່ດີສໍາລັບຜູ້ປະກອບການ.

ທ່ານສົມມາດ ພົນເສນາກ່າວຕື່ມວ່າ: ຂ້າພະເຈົ້າຍັງຈື່ໄດ້ວ່າ, ທ່ານສີຈິ້ນຜິງເຄີຍກ່າວວ່າ, ເມື່ອມີເສັ້ນທາງລົດໄຟສາຍນີ້, ພູຈະບໍ່ສູງອີກ, ທາງຈະບໍ່ໄກອີກ. ເສັ້ນທາງລົດໄຟສາຍນີ້ໄດ້ນຳເອົາວິສາຫະກິດຈີນທີ່ມີຄວາມສາມາດຈຳນວນຫຼວງຫຼາຍມາພັດທະນາຢູ່ລາວ, ທັງໄດ້ສົ່ງຜະລິດຕະພັນຂອງລາວໄປຈຳໜ່າຍຢູ່ຕ່າງປະເທດ, ເຊິ່ງຈະຊ່ວຍເຫຼືອປະຊາຊົນລາວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີ.

ສປປ ລາວ ຍັງກາຍເປັນທີ່ຈັບຕາເບິ່ງຂອງນັກລົງທຶນທົ່ວໂລກ ເນື່ອງຈາກຄວາມໄດ້ປຽບໃນດ້ານທີ່ຕັ້ງຍຸດທະສາດ ທີ່ເປັນສູນກາງການເຊື່ອມຕໍ່ໃນລະດັບພາກພື້ນ ແລະ ເປັນປະເທດທີ່ ໄດ້ຮັບສິດທິພິເສດ ຈາກລັດຖະບານຕ່າງປະເທດໃນການຍົກເວັ້ນ ຫຼື ຫຼຸດອັດຕາພາສີນໍາເຂົ້າສິນຄ້າຈາກລາວ ເຊັ່ນ EU 28 ແລະ ໃນຖານະຂອງສະມາຊິກ RCEP.

https://www.facebook.com/photo/?fbid=724013729755097&set=a.482253443931128

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/