ທະນາຄານກະສິກອນໄທ ເປີດຕົວແອັບ K PLUS Laos ພ້ອມຊູບໍລິການ “K eSavings” ຫຼື ບັນຊີເງິນຝາກປະຍັດ ເອເລັກໂຕຣນິກ ດອກເບ້ຍ 3,5% ຕໍ່ປີ


ທະນາຄານ ກະສິກອນໄທ ຈໍາກັດຜູ້ດຽວ ເປີດຕົວຜະລິດຕະພັນໃໝ່ ທະນາຄານເທິງມືຖື ພາຍໃຕ້ຊື່ K PLUS Laos ໂດຍພັດທະນາຕໍ່ຍອດຈາກແອັບພິເຄຊັນ ກະເປົາເງິນອອນລາຍ QR KBank ພ້ອມຊູບໍລິການ “K eSavings” ຫຼື ບັນຊີເງິນຝາກປະຍັດ ແບບ ເອເລັກໂຕຣນິກ.

ງານເປີດຕົວທະນາຄານເທິງມືຖື “K PLUS Laos ທີ່ສຸດຂອງທີ່ສຸດ” ຈັດຂຶ້ນໃນຕອນເຊົ້າວັນທີ 19 ຕຸລາ 2023 ທີ່ ໂຮງແຮມຄຣາວ ພຣາຊາ ໂດຍໄດ້ຮັບກຽດຈາກ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ແຂກຜູ້ມີກຽດທ່ານອື່ນໆ, ໃຫ້ກຽດ ເປັນປະທານເປີດງານ ຮ່ວມກັບ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ທະນາຄານກະສິກອນໄທ ຈຳກັດຜູ້ດຽວ.

ໂດຍ ບໍລິການ “K eSavings” ຫຼື ບັນຊີເງິນຝາກປະຍັດ ແບບ ເອເລັກໂຕຣນິກ ຂອງ ທະນາຄານກະສິກອນໄທນີ້ ແມ່ນສາມາດເປີດບັນຊີເງິນຝາກປະຢັດໄດ້ເລີຍໂດຍບໍ່ມີວົງເງິນຂັ້ນຕໍ່າ ໂດຍມີອັດຕາດອກເບ້ຍຢູ່ ທີ 3,5% ຕໍ່ປີ, ຟຣີຄ່າທຳນຽມທັງການເປີດ ແລະ ຄ່າທຳນຽມລາຍປີ, ບໍ່ຈຳເປັນຕ້ອງໃຊ້ປຶ້ມບັນຊີ ເພາະເບິ່ງໄດ້ຜ່ານແອັບ K+ LAOS ແລະ ສາມາດເຮັດທຸລະກໍາໄດ້ຕະຫຼອດ 24 ຊົ່ວໂມງ.

ເຊິ່ງການເປີດບໍລິການ ແອັບ K+ LAOS  ຄັ້ງນີ້ແມ່ນມຸ່ງເນັ້ນ ສູ່ການເປັນທະນາຄານທີ່ໃຫ້ບໍລິການດ້ານການເງິນດິຈີຕອນຢ່າງເຕັມຮູບແບບ ເພື່ອສົ່ງມອບການບໍລິການໃຫ້ ແກ່ລູກຄ້າທຸກລະດັບ ຕັ້ງແຕ່ອົງກອນ, ບໍລິສັດຂະໜາດກາງ, ກຸ່ມລູກຄ້າບຸກຄົນ ແລະ ລູກຄ້າທຸລະກິດ ດ້ວຍການຂົນຄຸນສົມບັດທີ່ຕອບໂຈດກິດຈະກຳທາງການເງິນໃນຊີວິດປະຈໍາວັນມາໄວ້ໃນບ່ອນດຽວ. ທີ່ນອກຈາກຈະມີບໍລິການເປີດບັນຊີເງິນຝາກແບບ ເອເລັກໂຕຣນິກແລ້ວ ກໍຍັງສາມາດ ຈ່າຍ-ໂອນ, ຖອນເງິນ ການໂອນ ລະຫວ່າງປະເທດ ພ້ອມເປີດຕົວຄຸນສົມບັດໃໝ່ຊຳລະຄ່ານໍ້າປະປາ ແລະ ຄ່າໄຟຟ້າ (Bill payment).

ທ່ານ ພັດທະນະພົງ ກ່າວວ່າ “ຕະຫຼອດໄລະຍະເວລາ 9 ປີ ທີ່ທະນາຄານກະສິກອນໄທ ໄດ້ພັດທະນາຜະລິດຕະພັນ ແລະ ບໍລິການ ທາງການເງິນຢ່າງຕໍ່ເນື່ອງທີ່ ສປປ ລາວ ບໍ່ວ່າຈະເປັນການບໍລິການກົດເງິນສົດຜ່ານຕູ້ ATM ຂອງທະນາຄານກະສິກອນ 44 ແຫ່ງ ທົ່ວນະຄອນຫຼວງວຽງຈັນ ຫຼື ຈະເປັນແອັບພິເຄຊັນກະເປົາເງິນອອນລາຍ QK KBank ມາມື້ນີ້ ທະນາຄານ ໄດ້ຍົກລະດັບຄຸນ ະພາບຂອງແອັບດ້ວຍການນຳນະວັດຕະກຳດ້ານດິຈິຕອນເຂົ້າມາພັດທະນາແອັບໃຫ້ໃຊ້ບໍລິການດ້ານການເງິນໄດ້ສະດວກສະບາຍ ແລະ ງ່າຍຂຶ້ນ ໃຫ້ແກ່ປະຊາຊົນ ຂອງ ສປປ ລາວ ດ້ວຍການປ່ຽນຈາກແອັບກະເປົາເງິນ ເປັນທະນາຄານເທິງມືຖື K PLUS Laos ເພື່ອສົ່ງມອບປະສົບການໃຊ້ບໍລິການທາງການເງິນທີ່ດີທີ່ສຸດ ແລະ ຕອບຮັບທຸກຄວາມຕ້ອງການໃຫ້ແກ່ລູກຄ້າທຸກລະດັບ”

ສປປ ລາວ ຖືເປັນປະເທດລໍາດັບທີ 3 ຕໍ່ຈາກປະເທດໄທ ແລະ ຫວຽດນາມ ທີ່ແອັບພິເຄຊັນ K PLUS ໄດ້ເຮັດການເປີດຕົວໃຫ້ ໃຊ້ງານທະນາຄານເທິງມືຖື (Mobile Banking) ໂດຍມື້ນີ້ມີຍອດຜູ້ໃຊ້ງານຮ່ວມກັນຫຼາຍກວ່າ 21.8 ລ້ານຄົນ.

ການຂະຫຍາຍຕົວ ຂອງທະນາຄານ ກະສິກອນໄທ ສູ່ຕ່າງປະເທດ ເປັນໄປຕາມວິໄສທັດຂອງທະນາຄານທີ່ຕ້ອງການເປັນທະນາຄານແຫ່ງພາກພື້ນ (Regional Banking) ເພື່ອຍົກລະດັບຄຸນະພາບຊີວິດຂອງລູກຄ້າບຸກຄົນ ແລະ ທຸລະກິດ ດ້ວຍນະວັດຕະກຳທາງການເງິນດິຈິຕອນ ໂດຍທະນາຄານໄດ້ເຫັນສັກກະຍະພາບຂອງປະເທດລາວ ໃນການສົ່ງເສີມສັງຄົມແບບບໍ່ໃຊ້ເງິນສົດ ເພື່ອໃຫ້ທຸກກິດຈະກຳ ທາງການເງິນເປັນເລື່ອງງ່າຍ ແລະ ສະດວກສະບາຍຫຼາຍຂຶ້ນຂອງທຸກຄົນໃນຍຸກດິຈິຕອນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/