ໄວຣັສເລິກລັບຊະນິດໃໝ່ທີ່ເລີ່ມລະບາດໃນໂບລິເວຍ ເອົາຊີວິດຄົນໄປແລ້ວ 3 ຄົນ


ໃນວັນທີ 17 ພະຈິກ 2020 ນາງ ເຄລິນ ຄອດຊາບູມ ນັກລະບາດວິທະຍາຈາກໜ່ວຍເຊື້ອໂຣກອອກລິດຮ້າຍແຮງ ແລະ ພະຍາດວິທະຍາຂອງສູນປ້ອງກັນ ແລະ ຄວບຄຸມໂຣກຂອງອາເມຣິກາ (ຊີດີຊີ) ເຜີຍວ່າ ມີການຄົ້ນພົບການຕິດຕໍ່ຈາກຄົນສູ່ຄົນຂອງໄວຣັສຫາຍາກຊະນິດໜຶ່ງໃນປະເທດໂບລິເວຍ, ເຊິ່ງໄວຣັສຊະນິດນີ້ ເປັນຕະກູນດຽວກັນກັບໄວຣັສທີ່ກໍ່ໃຫ້ເກີດອາການໄຂ້ທີ່ມີເລືອດອອກໃນອະໄວຍະວະພາຍໃນແບບໄຂ້ອີໂບລາ.

ນັກວິທະຍາສາດເຊື່ອວ່າ ໜູເປັນພາຫະຂອງໄວຣັສດັ່ງກ່າວ ແລະ ນຳມາຕິດມະນຸດທົ່ວໄປ, ປົກກະຕິແລ້ວໄວຣັສທີ່ແຜ່ເຊື້ອຜ່ານຂອງແຫຼວໃນຮ່າງກາຍຂອງມະນຸດຈະງ່າຍຕໍ່ການເປັນພາຫະຫຼາຍກວ່າໄວຣັສທີ່ສົ່ງຜົນກະທົບຕໍ່ລະບົບທາງເດີນຫາຍໃຈເຊັ່ນ: ໄວຣັສໂຄໂຣນາສາຍພັນໃໝ່ 2019.

ຊີດີຊີ ລາຍງານວ່າ ຜູ່ປ່ວຍທີ່ຕິດເຊື້ອໄວຣັສຊະນິດນີ້ຈະມີໄຂ້, ປວດກ້າມເນື້ອ, ອາຈຽນ, ມີເລືອດອອກທີ່ເຫືອກ, ມີຜື່ນຂຶ້ນຕາມຜິວໜັງ ແລະ ປວດຫຼັງຕາ. ໃນຂະນະນີ້ຍັງບໍ່ມີຢາຮັກສາໂຣກນີ້ເທື່ອ ແລະ ຜູ່ປ່ວຍຈະໄດ້ຮັບການຮັກສາຕາມອາການເທົ່ານັ້ນ.

ເມື່ອປີ 2019 ທີ່ຜ່ານມາ ມີຜູ່ປ່ວຍ 2 ຄົນທີ່ຕິດໄວຣັສຫາຍາກຊະນິດນີ້ ແຜ່ເຊື້ອໄປສູ່ບຸກຄະລາກອນການແພດອີກ 3 ຄົນໃນນະຄອນລາປາສ ເມືອງຫຼວງຂອງໂບລິເວຍ, ເຊິ່ງຕໍ່ມາ ໜຶ່ງໃນຜູ່ປ່ວຍກຸ່ມນີ້ ແລະ ບຸກຄະລາກອນທາງການແພດອີກ 2 ຄົນເສຍຊີວິດ.

ນັກວິໄຈຫຼາຍຄົນເຊື່ອວ່າ ມີຄວາມເປັນໄປໄດ້ທີ່ໄວຣັສນີ້ລະບາດມາຫຼາຍປີແລ້ວໂດຍບໍ່ມີໃຜກວດພົບ ຍ້ອນມັກຖືກບົ່ງມະຕິພະຍາດວ່າ ເປັນໄຂ້ເລືອດອອກທີ່ເກີດຈາກໄວຣັສອີກຊະນິດທີ່ອອກລິດຄ້າຍຄືກັນ ເຊິ່ງແມ່ນໄວຣັສອີໂບລານັ້ນເອງ, ເຊື້ອໄວຣັສແຜ່ຈາກຄົນສູ່ຄົນຈາກສານຄັດຫຼັ່ງ ມີຕົ້ນຕໍມາຈາກເຈຍທີ່ເປັນພາຫະນຳເຊື້ອ ພົບທີ່ປະເທດຄອງໂກໃນທະວີບອາຟຣິກາ ປີ 1976 ອາການຄ້າຍກັບໄຂ້ຫວັດໃຫຍ່, ໂອກາດເສຍຊີວິດຫຼາຍເຖິງ 90% ບໍ່ມີການຮັກສາສະເພາະທາງ ແຕ່ໃຊ້ຢາຕ້ານຟາວິພິລາເວຍ ຫຼື ຢາເຣມເດຊິເວຍ ເຊິ່ງມີລິດຕ້ານໄວຣັສຕະກູນໂຄໂຣນາ.

ນັກວິທະຍາສາດຈຳເປັນຕ້ອງສຶກສາໄວຣັສຊະນິດນີ້ທີ່ຫາກໍຄົ້ນພົບຕໍ່ໄປ ເພື່ອສຶກສາເຖິງຄວາມເປັນໄປໄດ້ທີ່ມັນຈະລະບາດໄດ້ຫຼາຍເທົ່າໃດ, ຫຼັງຈາກມີລາຍງານວ່າ ມີການລະບາດນ້ອຍໆຂອງໄວຣັສໂບລິເວຍຊະນິດນີ້ທີ່ເຄີຍຖືກບັນທຶກເອົາໄວ້ໃນແຄວ້ນຊາປາເຣ ທີ່ຫ່າງຈາກນະຄອນລາປາສໄປທາງທິດຕາເວັນອອກປະມານ 600 ກິໂລແມັດ ເມື່ອປີ 2004.

ຂ່າວໄວຣັສເລິກລັບໃນໂບລິເວຍ ເຮັດໃຫ້ຂະນະນີ້ນັກວິທະຍາສາດຈຳນວນໜຶ່ງກຳລັງມຸ່ງໝັ້ນເຮັດວຽກເພື່ອຫາວ່າມີໄພຈາກໄວຣັສຊະນິດໃໝ່ໆຕໍ່ມະນຸດ ຫຼື ບໍ່? ໃນຂະນະທີ່ຫຼາຍໆປະເທດທົ່ວໂລກກຳລັງຕໍ່ສູ້ຢູ່ກັບໂຄວິດ-19ຢູ່ກໍຕາມ.

ດ້ານນາງ ອິງເຈີ ແອນເດີເຊນ ຜູ່ອຳນວຍການໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ເຕືອນວ່າ ໂຣກຕິດຈາກສັດສູ່ຄົນອີກຫຼາຍຊະນິດຈະເກີດຂຶ້ນໃນອະນາຄົດ ແລະ ແຜ່ລະບາດແບບດຽວກັນກັບໂຄວິດ-19 ໃນປັດຈຸບັນ ຖ້າຫາກຍັງບໍ່ຢຸດຊື້ຂາຍສັດປ່າ ຫຼື ບໍ່ດໍາເນີນມາດຕະການຕ່າງໆເພື່ອຄຸ້ມຄອງສັດປ່າ ແລະ ອະນຸລັກສິ່ງແວດລ້ອມຢ່າງຈິງຈັງ. ໃນຊ່ວງ 100 ປີທີ່ຜ່ານມາ ເກີດໂຣກລະບາດຄັ້ງໃຫຍ່ມາແລ້ວເຖິງ 6 ຄັ້ງ.

ສຳຫຼັບໂຣກທີ່ແຜ່ຈາກສັດສູ່ຄົນກ່ອນໜ້ານີ້ເຊັ່ນ: ໂຣກໄວຣັສອີໂບລາ, ໂຣກໄຂ້ສະໝອງອັກເສບຈາກເຊື້ອໄວຣັສເວວໄນ, ໂຣກແອນແທຣັກ ແລະ ໂຣກຊາຣ໌ສ ເຊິ່ງລວມແລ້ວ ໂຣກເຫຼົ່ານີ້ເຮັດໃຫ້ມີຄົນເສຍຊີວິດ 2 ລ້ານຄົນຕໍ່ປີ.

ທີ່ມາ: https://news.trueid.net/detail/42NPrgQm7R6b