ຈີນ ເຕືອນທົ່ວໂລກຮັບມືກັບ ໄວຣັສໂຄໂຣນາ ອີກ 20 ສາຍພັນໃໝ່ທີ່ມາຈາກ “ເຈຍ”


ເມື່ອວັນທີ 26 ກັນຍາ 2023 ທີ່ຜ່ານມາ ສູນຈີໂນມທາງການແພດ Center for Medical Genomics ໄດ້ອອກມາບອກວ່າ ປະເທດຈີນ ອອກມາເຕືອນທົ່ວໂລກໃຫ້ກຽມພ້ອມຮັບມືກັບໄວຣັສໂຄໂໍຣນາທີ່ເກີດຂຶ້ນອີກ 20 ສາຍພັນໃໝ່ ໂດຍມີຕົ້ນຕໍມາຈາກ ເຈ້ຍ ທີ່ອາດແຜ່ລະບາດມາເຖິງຄົນ.

ດຣ. ຊີ ເຈິ່ງລີ ຜູ້ອຳນວຍການສູນໂຣກຕິດເຊື້ອອຸບັດໃໝ່ ຂອງສະຖາບັນໄວຣັສວິທະຍາເມື່ອງອູ່ຮັນ ປະເທດຈີນ ໄດ້ອອກມາເຕືອນວ່າພົບໄວຣັສໂຄໂຣນາຈາກເຈຍປະມານ 20 ສາຍພັນໃໝ່ທີ່ມີຄວາມສ່ຽງສູງ ທີ່ອາດກ້າວຂ້າມມາລະບາດໃນຄົນ ໂດຍມີການຕີພິມງານວິໄຈໃນວາລະສານທາງການແພດ Emerging Microbes & Infections ໃນເດືອນ ມິຖຸນາ 2023 ໂດຍທາງສື່ຂອອງປະເທດຈີນເອງກໍເລີ່ມໃຫ້ຄວາມສົນໃຈກ່ຽວກັບເລື່ອງນີ້.

ຢ່າງໃດກໍຕາມ ນັກວິໄຈຈາກຫຼາຍສະຖານບັນໄດ້ອອກມາເຕືອນເຖິງການລ່າໄວຣັສທີ່ໂລກບໍ່ເຄີຍຮູ້ຈັກ (Exotic virus hunting) ອາດເປັນການໄດ້ບໍ່ກຸ້ມເສຍຫຼືບໍ່? ຫາກກ່າວກໍຄືອາດຈະເຮັດໃຫ້ມະນຸດເຮົາ ແລະ ໄວຣັສສັດປ່າໄດ້ເຂົ້າມາໃກ້ຊິດກັນຫຼາຍກວ່າເກົ່າ ຈົນເກີດຄວາມສ່ຽງທີ່ເຈົ້າໜ້າທີ່ລ່າໄວຣັສອາດຈະຕິດເຊື້ອໄດ້ຈົນເກີດເປັນໂຣກລະບາດຕິດຕໍ່ຢ່າງຮ້າຍແຮງໄປທົ່ວໂລກຫຼືບໍ່?

ທາງດ້ານ ດຣ. ຊີ ເຈິ່ງລີ ໄດ້ອອກມາບອກເຖິງຫຼັກຖານຂອງການລະບາດຂອງໄວຣັສໂຄໂຣນາໃນອະນາຄົດວ່າມັນມີຄວາມສ່ຽງສູງ ພ້ອມຍັງມີງານວິໄຈຕ່າງໆກ່ຽວກັບພະຍາດໄວຣັສໂຄໂຣນາເຊິ່ງມີຄວາມສຳຄັນເປັນຢ່າງຍິ່ງ ຫາກສະຫຼຸບວ່າບໍ່ມີການກຽມພ້ອມ ຫຼື ການວາງແຜນເຝົ້າລະວັງ ອາດຈະກັບໄປເປັນດັ່ງ 4 ປີທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:    https://www.facebook.com/CMGrama/posts/pfbid027U9Ks1rm3ah6rTjUfgqFTZHb2Ap8NxTSz3Uv6NBFvGryoKXHNQGbHHjyG9t1yujLl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/