JP Morgan ຍັງຄົງຢຶດໝັ້ນໃນຈຸດຢືນຂອງຕົນ ເດີນໜ້າປະກາດແບນການຊື້ຂາຍ Crypto ຜ່ານບັນຊີທະນາຄານໃນອັງກິດ


ເມື່ອວັນອັງຄານທີ່ຜ່ານມາ, JP Morgan ທະນາຄານຍັກໃຫຍ່ອັນດັບໜຶ່ງຂອງໂລກໄດ້ອອກມາປະກາດວ່າ ຈະແບນການຊື້ຂາຍ crypto ແລະ ການທຸລະກໍາ crypto ຜ່ານບັນຊີທະນາຄານ ຫຼັງ​ຈາກ​ທີ່​ບໍລິສັດ​ເລີ່ມ​ເຫັນ​ວ່າມີການເຂົ້າຂ່າຍສໍ້ໂກງຫຼາຍຂຶ້ນເລື້ອຍໆຈາກການເຮັດທຸລະກໍາຜ່ານບັນຊີທະນາຄານ Chase ທີ່ຕັ້ງຢູ່ໃນອັງກິດ ເຊິ່ງເປັນທະນາຄານຍ່ອຍໃນເຄືອຂອງ JPMorgan, ເຮັດໃຫ້ JPMorgan ຈຳເປັນຕ້ອງແບນການເຮັດທຸລະກຳເຫຼົ່ານີ້ໃນປະເທດອັງກິດ.

​ໂຄສົກ​ຂອງທະນາຄານ​ກ່າວ​ວ່າ “ພວກເຮົາໄດ້ເຫັນການສໍ້ໂກງກ່ຽວກັບ Crypto ເພີ່ມຂຶ້ນເລື້ອຍໆ ເຊິ່ງພວກນັກຕົ້ມຕຸ໋ນເຫຼົ່ານັ້ນໄດ້ແນໃສ່ຜູ້ບໍລິໂພກຂອງອັງກິດ. ດັ່ງນັ້ນ, ພວກເຮົາໄດ້ຕັດສິນໃຈທີ່ຈະປ້ອງກັນການຊື້ຊັບສິນ crypto ຜ່ານບັດເດບິດ Chase ຫຼື ການໂອນໄປຫາເວັບໄຊ Crypto ຈາກບັນຊີ Chase”. ເນື່ອງຈາກ Chase ເປັນສະຖາບັນການເງິນແຫ່ງຫຼ້າສຸດຂອງອັງກິດແຫ່ງຫຼ້າສຸດທີ່ໄດ້ຈໍາກັດການເຂົ້າເຖິງຂອງລູກຄ້າຕໍ່ກັບການເຮັດທຸລະກໍາ Crypto , ທ່າມກາງຄວາມກັງວົນກ່ຽວກັບການຫຼອກລວງໃນໂລກອອນລາຍໂດຍໃຊ້ Crypto.

ກ່ອນໜ້ານີ້ JPMorgan ໄດ້ດຶງດູດລູກຄ້າຫຼາຍກວ່າ 1.6 ລ້ານຄົນໃຫ້ກັບທະນາຄານ Chase ນັບຕັ້ງແຕ່ການເປີດຕົວບໍລິການແອັບພິເຄຊັນມືຖືຂອງຕົນໃນອັງກິດເມື່ອສອງປີກ່ອນ ແລະ ວາງແຜນທີ່ຈະເປີດຕົວທະນາຄານເພື່ອຜູ້ບໍລິໂພກໃນຕະຫຼາດຕ່າງປະເທດອື່ນໆອີກໃນອະນາຄົດ.

ຢ່າງໃດກໍຕາມ, ໃນມື້ທີ່ໄດ້ປະກາດ ທາງທະນາຄານ Chase ກໍໄດ້ມີການແຈ້ງໃຫ້ລູກຄ້າຮັບຮູ້ເຖິງການປ່ຽນແປງນະໂຍບາຍທີ່ໄດ້ມີການວາງແຜນໄວ້ຜ່ານທາງອີເມວຂອງລູກຄ້າເປັນທີ່ຮຽບຮ້ອຍແລ້ວ.

ທັງນີ້ໃນເດືອນມີນາ, NatWest (NWG.L) ໄດ້ມີການກຳນົດຂໍ້ຈຳກັດໃໝ່ກ່ຽວກັບຈໍານວນເງິນປະຈໍາວັນ ແລະ ປະຈໍາເດືອນທີ່ລູກຄ້າສາມາດສົ່ງໄປຫາກະດານເທຣດ Crypto ເພື່ອປົກປ້ອງຜູ້ບໍລິໂພກຈາກ “ອາຊະຍາກໍາ Crypto”

ທີ່ມາ:

reuters

reuters2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/