Binance ໃນປະເທດຍີ່ປຸ່ນ ແລະ Mitsubishi ປະກາດຮ່ວມມືກັນເພື່ອພັດທະນາ Stablecoin ທີ່ຜູກດ້ວຍສະກຸນເງິນເຢນ


Binance ໃນປະເທດຍີ່ປຸ່ນ ແລະ Mitsubishi UFJ Trust Bank (MUTB) ໄດ້ຈັບມືກັນເພື່ອສ້າງ Stablecoin ທີ່ຜູກກັບສະກຸນເງິນເຢນ ລວມເຖິງເງິນຕ່າງປະເທດອື່ນໆເຊັ່ນ ໂດລາສະຫະລັດ.

ໂດຍ Stablecoins ທັງໝົດນີ້່ຈະຖືກສ້າງຂຶ້ນໃນ Progmat Coin ເຊິ່ງເປັນແພລັດຟອມໂຄງສ້າງພື້ນຖານທີ່ກົງກັບມາດຕະຖານທີ່ Mitsubishi ສ້າງຂຶ້ນເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການບໍລິການຊໍາລະເງິນ ທີ່ຖືກໃຊ້ໂດຍທະນາຄານລາຍໃຫຍ່ຈໍານວນຫຼາຍແຫ່ງໃນປະເທດຍີ່ປຸ່ນເພື່ອພັດທະນາຫຼຽນຂອງຕົນເອງ, ລວມທັງທະນາຄານ Mizuho, ​​SMBC, ແລະ SBI Holdings.

ໃນຄຳຖະແຫຼງການເມື່ອວັນທີ 26 ກັນຍາໄດ້ເປີດເຜີຍວ່າ ທັງສອງອົງກອນໄດ້ເລີ່ມການສຶກສາພັດທະນາ Stablecoin ຮ່ວມກັນ, ເມື່ອການສຶກສານີ້ສຳເລັດແລ້ວ ກໍຈະໄດ້ຮັບໃບອະນຸຍາດທີ່ຈໍາເປັນເພື່ອເປີດໃຊ້ງານສູ່ສາທາລະນະ.

“ພາຍໃຕ້ການຮ່ວມມືລະຫວ່າງ MUTB ແລະ Binance, ການສຶກສາໃນຄັ້ງນີ້ມີຈຸດປະສົງເພື່ອຊຸກຍູ້ການຍອມຮັບ ແລະ ສົ່ງເສີມລະບົບນິເວດ Web3 ຈຳນວນຫຼາຍທີ່ກຳລັງເຕີບໃຫຍ່ຢູ່ໃນປະເທດຍີ່ປຸ່ນ”

Takeshi Chino ຜູ້ຈັດການທົ່ວໄປຂອງ Binance ໃນຍີ່ປຸ່ນກໍໄດ້ເນັ້ນຍ້ຳເຖິງຜົນປະໂຫຍດທີ່ໄດ້ຮັບຂອງການຮ່ວມມືໃນຄັ້ງນີ້ ລວມເຖິງກໍລະນີໃນການໃຊ້ງານ Stablecoins ອີກດ້ວຍ.

“Stablecoins ມີກໍລະນີການນໍາໃຊ້ທີ່ສໍາຄັນໃນອຸດສາຫະກໍາການເງິນ. ນັບຕັ້ງແຕ່ການຊຳລະບັນຊີຂ້າມພົມແດນທີ່ມີຕົ້ນທຶນຕໍ່າ ແລະ ວ່ອງໄວຂຶ້ນສໍາລັບລູກຄ້າທຸລະກິດຈົນໄປເຖິງການຊື້ຂາຍ crypto ໄດ້ຢ່າງລຽບງ່າຍຂຶ້ນສໍາລັບນັກລົງທຶນລາຍຍ່ອຍ. ໂດຍStablecoins ຈະເຂົ້າມາເຕີມເຕັມຄວາມຕ້ອງການບໍລິການທາງດ້ານການເງິນທີ່ສຳຄັນ ແລະ ມີຄວາມສຳຄັນໃນການພັດທະນາ Web 3.0 ເພື່ອນຳມາໃຊ້”

ການເຄື່ອນໄຫວໃນຄັ້ງນີ້ຖືເປັນບາດກ້າວທີ່ສຳຄັນຂອງ Binance ທີ່ຕ້ອງການຂະຫຍາຍຕົນເອງອອກໄປ, ເຖິງແມ່ນວ່າຈະມີຄວາມທ້າທາຍຈາກກົດລະບຽບໃນສະຫະລັດ ແລະ ປະເທດອື່ນໆ ຈົນຕ້ອງເຮັດໃຫ້ຢຸດການບໍລິການໄປຊ່ົ່ວຄາວ ແຕ່ກໍບໍ່ສາມາດຢຸດຄວາມພະຍາຍາມຂອງ Binance ໄດ້.

ແລະເຖິງແມ່ນວ່າມູນຄ່າຕະຫຼາດ Stablecoin ຈະຫຼຸດລົງມາຕະຫຼອດນັບຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ເຊິ່ງໃນປັດຈຸບັນຢູ່ທີ່ 124.23 ຕື້ໂດລາ, ແຕ່ Binance ກໍຍັງມີຄວາມພະຍາຍາມທີ່ຈະຊຸກຍູ້ຫຼຽນຕ່າງໆເຊັ່ນ TrueUSD (TUSD) ແລະ First Digital USD (FDUSD) ແລະອື່ນໆ.

ທີ່ມາ:

cryptoslate

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/