ໂຮງງານໄຟຟ້ານິວເຄຼຍໄດ້ຮັບໃບອະນຸຍາດດ້ານສິ່ງແວດລ້ອມເປັນແຫ່ງທຳອິດໃນໂປແລນ


ໃນວັນທີ 22 ກັນຍາທີ່ຜ່ານມາ, ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ: Anna Moskwa ລັດ​ຖະ​ມົນ​ຕີກະຊວງ​ດິນ​ຟ້າ​ອາ​ກາດ​ຂອງ​ໂປ​ແລນ​ໄດ້ອອກໃບອະນຸຍາດດ້ານສິ່ງແວດລ້ອມໃຫ້ກັບໂຮງງານໄຟຟ້ານິວເຄຼຍເປັນແຫ່ງທຳອິດຂອງປະເທດ.

ຜູ້ອໍານວຍການທົ່ວໄປດ້ານການຄຸ້ມຄອງຮັກສາສິ່ງແວດລ້ອມ (GDOS) ຂອງໂປແລນກ່າວວ່າ ການກໍ່ສ້າງ ແລະ ການດໍາເນີນງານຂອງໂຮງງານດັ່ງກ່າວຈະບໍ່ສົ່ງຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມ ແລະ ຈະການເຝົ້າລະວັງຕິດຕາມຜົນກະທົບຂອງໂຮງງານນີ້ຢ່າງໃກ້ຊິດ.

ໃນລາຍງານຍັງລະບຸວ່າ ໂປແລນມີແຜນທີ່ຈະສ້າງໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ຝັ່ງ​ທະ​ເລ​ບານ​ຕິກ​ໃນ​ປີ 2033, ໂດຍ​ມີ​ກຳ​ນົດ​ຈະ​ເລີ່ມ​ການ​ກໍ່​ສ້າງ​ໃນ​ປີ 2026.

“ນີ້ຖືເປັນຄວາມສຳເລັດຄັ້ງໃຫຍ່ຂອງພວກເຮົາສຳລັບການລົງທຶນທີ່ສຳຄັນໃນແງ່ຂອງຄວາມໝັ້ນຄົງດ້ານພະລັງງານ” Anna Moskwa ກ່າວ.

ໂປແລນໄດ້ພິຈາລະນາການແນະນໍາພະລັງງານນິວເຄຼຍມາໃຊ້ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ, ໂດຍພວກເຂົາມີອຸປະສັກທາງດ້ານການເງິນ ແລະ ທາງດ້ານການເມືອງຫຼາຍຢ່າງທີ່ເຮັດໃຫ້ຂະບວນການດຳເນີນການຊັກຊ້າ.

ພວກເຂົາຄາດຫວັງ​ວ່າ​ແຫຼ່ງພະລັງງານ​ທີ່​ສະອາດ​ນີ້​ຈະ​ຊ່ວຍ​ໃຫ້​ປະ​ເທດ​ນີ້ຢຸດໃຊ້​​ຖ່ານ​ຫີນ, ​ເຊິ່ງປັດຈຸ​ບັນພະລັງງານນິວເຄຼຍໄດ້​ສະໜອງພະລັງງານໃຫ້ເຖິງ 69%

ໂຄງການພະລັງງານນິວເຄຼຍຂອງໂປແລນວາງແຜນທີ່ຈະສ້າງເຕົາປະຕິກອນສູງສຸດເຖິງ 6 ແຫ່ງໃນສອງ ຫຼື ສາມບ່ອນທີ່ຈະສາມາດຜະລິດພະລັງງານໃຫ້ໄດ້ປະມານ 6 ຫາ 9 gigawatts, ເຊິ່ງພຽງພໍທີ່ຈະພະລັງງານແກ່ບ້ານເຮືອນເກືອບ 8 ລ້ານຫຼັງ.

ໂປແລນເປັນໜຶ່ງໃນປະເທດທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນຈາກສະຫະລັດສຳລັບເຕັກໂນໂລຊີນິວເຄຣຍໃໝ່ນີ້ ໃນຖານະທີ່ເປັນສ່ວນໜຶ່ງຂອງ “Project Phoenix” ທີ່ມີແຜນຈະສ້າງເຕົາປະຕິກອນໂມດູລາຂະໜາດນ້ອຍໃນທົ່ວປະເທດ. ແຕ່ມັນຍັງເປັນເຕັກໂນໂລຊີໃໝ່ຢູ່ ແລະ ສ່ວນຫຼາຍແມ່ນຖືກນໍາໃຊ້ເຂົ້າໃນໂຄງການທົດລອງ.

Bechtel ບໍລິສັດວິສະວະກໍາທີ່ໃຫຍ່ທີ່ສຸດໃນສະຫະລັດ ແລະ Westinghouse Electric, ເຊິ່ງເປັນບໍລິສັດທີ່ທາງການຂອງໂປແລນໄດ້ເລືອກເປັນ suppliers ດ້ານເຕັກໂນໂລຊີ ແລະ ໄດ້ລົງນາມຂໍ້ຕົກລົງຢ່າງເປັນທາງການໃນວັນພະຫັດ (21 ກັນຍາ) ເພື່ອຮ່ວມມືໃນການອອກແບບ ແລະ ການກໍ່ສ້າງໂຮງງານ.

ໂດຍບໍລິສັດ Bechtel ແລະ Westinghouse Electric ຈະລົງນາມເຊັນສັນຍາໃນສັນຍາການບໍລິການດ້ານວິສະວະກໍາໃນອາທິດໜ້າກັບ Polskie Elektrownie Jadrowe ໜ່ວຍງານສາທາລະນູປະໂພກຂອງໂປແລນ.

ຢ່າງໃດກໍຕາມ, ຄວາມກ້າວໜ້າໃນປັດຈຸບັນ ແລະ ຜົນກະທົບຂອງວິກິດການພະລັງງານໄດ້ກະຕຸ້ນຄວາມສົນໃຈ ແລະ ໄດ້ຮັບການສະໜັບສະໜູນທາງດ້ານການເມືອງສໍາລັບພະລັງງານນິວເຄຼຍໃນທົ່ວຢູໂຣບ.

ນອກຈາກນັ້ນ ສາທາລະນະລັດເຊັກ ແລະ ສະໂລວາເກຍ ກໍຍັງໄດ້ເຮັດການສຶກສາເຖິງຄວາມເປັນໄປໄດ້ທີ່ຈະດຳເນີນການໃນປະເທດໂປແລນເພື່ອຫັນປ່ຽນໂຮງງານໄຟຟ້າຖ່ານຫີນແບບດັ້ງເດີມໃຫ້ກາຍເປັນໂຮງງານໄຟຟ້າພະລັງນິວເຄຼຍແບບໃໝ່.

ທີ່ມາ:

euronews

world-nuclear-news

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/