ໃນວັນທີ 22 ກັນຍາທີ່ຜ່ານມາ, ສຳນັກງານຂ່າວຕ່າງປະເທດໄດ້ມີການລາຍງານວ່າ: Anna Moskwa ລັດຖະມົນຕີກະຊວງດິນຟ້າອາກາດຂອງໂປແລນໄດ້ອອກໃບອະນຸຍາດດ້ານສິ່ງແວດລ້ອມໃຫ້ກັບໂຮງງານໄຟຟ້ານິວເຄຼຍເປັນແຫ່ງທຳອິດຂອງປະເທດ.
ຜູ້ອໍານວຍການທົ່ວໄປດ້ານການຄຸ້ມຄອງຮັກສາສິ່ງແວດລ້ອມ (GDOS) ຂອງໂປແລນກ່າວວ່າ ການກໍ່ສ້າງ ແລະ ການດໍາເນີນງານຂອງໂຮງງານດັ່ງກ່າວຈະບໍ່ສົ່ງຜົນກະທົບໃນທາງລົບຕໍ່ສິ່ງແວດລ້ອມ ແລະ ຈະການເຝົ້າລະວັງຕິດຕາມຜົນກະທົບຂອງໂຮງງານນີ້ຢ່າງໃກ້ຊິດ.
ໃນລາຍງານຍັງລະບຸວ່າ ໂປແລນມີແຜນທີ່ຈະສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດຢູ່ຝັ່ງທະເລບານຕິກໃນປີ 2033, ໂດຍມີກຳນົດຈະເລີ່ມການກໍ່ສ້າງໃນປີ 2026.
“ນີ້ຖືເປັນຄວາມສຳເລັດຄັ້ງໃຫຍ່ຂອງພວກເຮົາສຳລັບການລົງທຶນທີ່ສຳຄັນໃນແງ່ຂອງຄວາມໝັ້ນຄົງດ້ານພະລັງງານ” Anna Moskwa ກ່າວ.
ໂປແລນໄດ້ພິຈາລະນາການແນະນໍາພະລັງງານນິວເຄຼຍມາໃຊ້ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ, ໂດຍພວກເຂົາມີອຸປະສັກທາງດ້ານການເງິນ ແລະ ທາງດ້ານການເມືອງຫຼາຍຢ່າງທີ່ເຮັດໃຫ້ຂະບວນການດຳເນີນການຊັກຊ້າ.
ພວກເຂົາຄາດຫວັງວ່າແຫຼ່ງພະລັງງານທີ່ສະອາດນີ້ຈະຊ່ວຍໃຫ້ປະເທດນີ້ຢຸດໃຊ້ຖ່ານຫີນ, ເຊິ່ງປັດຈຸບັນພະລັງງານນິວເຄຼຍໄດ້ສະໜອງພະລັງງານໃຫ້ເຖິງ 69%
ໂຄງການພະລັງງານນິວເຄຼຍຂອງໂປແລນວາງແຜນທີ່ຈະສ້າງເຕົາປະຕິກອນສູງສຸດເຖິງ 6 ແຫ່ງໃນສອງ ຫຼື ສາມບ່ອນທີ່ຈະສາມາດຜະລິດພະລັງງານໃຫ້ໄດ້ປະມານ 6 ຫາ 9 gigawatts, ເຊິ່ງພຽງພໍທີ່ຈະພະລັງງານແກ່ບ້ານເຮືອນເກືອບ 8 ລ້ານຫຼັງ.
ໂປແລນເປັນໜຶ່ງໃນປະເທດທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນຈາກສະຫະລັດສຳລັບເຕັກໂນໂລຊີນິວເຄຣຍໃໝ່ນີ້ ໃນຖານະທີ່ເປັນສ່ວນໜຶ່ງຂອງ “Project Phoenix” ທີ່ມີແຜນຈະສ້າງເຕົາປະຕິກອນໂມດູລາຂະໜາດນ້ອຍໃນທົ່ວປະເທດ. ແຕ່ມັນຍັງເປັນເຕັກໂນໂລຊີໃໝ່ຢູ່ ແລະ ສ່ວນຫຼາຍແມ່ນຖືກນໍາໃຊ້ເຂົ້າໃນໂຄງການທົດລອງ.
Bechtel ບໍລິສັດວິສະວະກໍາທີ່ໃຫຍ່ທີ່ສຸດໃນສະຫະລັດ ແລະ Westinghouse Electric, ເຊິ່ງເປັນບໍລິສັດທີ່ທາງການຂອງໂປແລນໄດ້ເລືອກເປັນ suppliers ດ້ານເຕັກໂນໂລຊີ ແລະ ໄດ້ລົງນາມຂໍ້ຕົກລົງຢ່າງເປັນທາງການໃນວັນພະຫັດ (21 ກັນຍາ) ເພື່ອຮ່ວມມືໃນການອອກແບບ ແລະ ການກໍ່ສ້າງໂຮງງານ.
ໂດຍບໍລິສັດ Bechtel ແລະ Westinghouse Electric ຈະລົງນາມເຊັນສັນຍາໃນສັນຍາການບໍລິການດ້ານວິສະວະກໍາໃນອາທິດໜ້າກັບ Polskie Elektrownie Jadrowe ໜ່ວຍງານສາທາລະນູປະໂພກຂອງໂປແລນ.
ຢ່າງໃດກໍຕາມ, ຄວາມກ້າວໜ້າໃນປັດຈຸບັນ ແລະ ຜົນກະທົບຂອງວິກິດການພະລັງງານໄດ້ກະຕຸ້ນຄວາມສົນໃຈ ແລະ ໄດ້ຮັບການສະໜັບສະໜູນທາງດ້ານການເມືອງສໍາລັບພະລັງງານນິວເຄຼຍໃນທົ່ວຢູໂຣບ.
ນອກຈາກນັ້ນ ສາທາລະນະລັດເຊັກ ແລະ ສະໂລວາເກຍ ກໍຍັງໄດ້ເຮັດການສຶກສາເຖິງຄວາມເປັນໄປໄດ້ທີ່ຈະດຳເນີນການໃນປະເທດໂປແລນເພື່ອຫັນປ່ຽນໂຮງງານໄຟຟ້າຖ່ານຫີນແບບດັ້ງເດີມໃຫ້ກາຍເປັນໂຮງງານໄຟຟ້າພະລັງນິວເຄຼຍແບບໃໝ່.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/