ຫວຽດນາມເລັ່ງນຳເຂົ້າໄຟຟ້າຈາກລາວ ປ້ອງກັນບັນຫາຂາດແຄນໄຟຟ້າ


ອີງຕາມການລາຍງານຂອງ VnExpress ບໍລິສັດໄຟຟ້າຫວຽດນາມ ຫຼື Vietnam Electricity (EVN) ພວມຊອກຫາການອະນຸມັດຈາກລັດຖະບານຫວຽດນາມ ເພື່ອເລັ່ງການນໍາເຂົ້າໄຟຟ້າຈາກລາວ ເນື່ອງຈາກມີການຄາດຄະເນການຂາດແຄນໃນພາກເໜືອ.

ບໍລິສັດ EVN ເຊິ່ງເປັນບໍລິສັດໄຟຟ້າທີ່ໃຫຍ່ທີ່ສຸດຂອງຫວຽດນາມ ມີແຜນຈະນໍາເຂົ້າ 225 MW ຈາກໂຄງການເຂື່ອນໄຟຟ້າສອງແຫ່ງໃນພາກເໜືອຂອງລາວ ລວມທັງເຂື່ອນໄຟຟ້ານໍ້າໂມ.

ໂດຍລາຍງານລະບຸວ່າ ບໍລິສັດ EVN ກໍາລັງຂໍອະນຸຍາດເຊື່ອມຕໍ່ໂຮງງານໄຟຟ້າພະລັງງານລົມ ສະຫວັນ 1 ແລະ 2 ຢູ່ລາວ ກັບຕາຂ່າຍໄຟຟ້າຫວຽດນາມ.

EVN ລະບຸອີກວ່າ ຮອດປີ 2025 ຍັງ​ບໍ່​ມີ​ໂຮງ​ໄຟຟ້າ​ໃຫຍ່​ແຫ່ງ​ໃໝ່​ຈະ​ເຂົ້າ​ສູ່​ຕາ​ຂ່າຍ​ໄຟຟ້າ​ຢູ່​ພາກ​ເໜືອ​ຂອງ​ຫວຽດນາມ, ​ເຊິ່ງຄາດ​ວ່າ​ຈະ​ປະສົບ​ກັບ​ການ​ຂາດ​ແຄນ. ເຊິ່ງຮອດປີ 2025 ຄາດວ່າ ຂາດແຄນ 3,630 MW.

EVN ໃຫ້ຮູ້ອີກວ່າ: “ການຊື້-ຂາຍຈາກລາວແມ່ນປະຢັດ ເນື່ອງຈາກພະລັງງານໄຟຟ້າມີຕົ້ນທຶນພຽງແຕ່ 6.95 ເຊັນຕໍ່ກິໂລວັດໂມງ, ຕໍ່າກວ່າລາຄາທ້ອງຖິ່ນອີກ”

ໃນເດືອນສິງຫານີ້, ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ອະນຸມັດຂໍ້ສະເໜີນຳເຂົ້າພະລັງງານໄຟຟ້າ 2,698 ເມກາວັດຈາກລາວ, ໂດຍ EVN ໄດ້ລົງນາມໃນສັນຍາຊື້ປະມານ 83%.

ຫຼາຍພື້ນທີ່ໃນພາກເໜືອຂອງ ສສ. ຫວຽດນາມ ປະສົບກັບບັນຫາຂາດແຄນໄຟຟ້າໃນລະດູຮ້ອນທີ່ຜ່ານມາ ເຊິ່ງຫຼາຍພື້ນທີ່ໄດ້ມີການລົດການໃຊ້ໄຟຟ້າລົງ.

ປັດຈຸບັນລາວ​ໄດ້​ສະໜອງ​ພະລັງງານ​ໃຫ້​ຫວຽດນາມ 500 ​ກວ່າ​ເມ​ກາ​ວັດ, ​ໃນ​ນັ້ນ​ມີ​ຫຼາຍ​ໂຄງການ​ທີ່​ຈະ​ສົ່ງ​ອອກ​ໄປ​ປະ​ເທດ​ເພື່ອນ​ບ້ານ. ອີງຕາມ​ກະຊວງ​ພະລັງງານ ​ແລະ ​ບໍ່​ແຮ່​ແລ້ວ, ລາວ​ມີ​ແຜນການ​ສົ່ງ​ອອກ​ໄຟຟ້າ 3.000 MW ​ໄປ​ຫວຽດນາມ​ໃນ​ປີ 2025 ​ແລະ 5.000 MW ​ໃນ​ປີ 2030.

ປະເທດລາວມີທ່າແຮງສູງໃນການພັດທະນາພະລັງງານໄຟຟ້ານ້ຳຕົກ ແລະ ແຫຼ່ງພະລັງງານອື່ນໆ ເພື່ອສົ່ງອອກໄປຍັງປະເທດເພື່ອນບ້ານ. ເມື່ອບໍ່ດົນມາ​ນີ້, ສັນຍາ​ສຳ​ປະທານ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ພັດທະນາ​ໂຄງການ​ໄຟຟ້າ​ນ້ຳຕົກ.

ທີ່ມາ:

vnexpress

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/