ດ່ານພາສີສາກົນແດນສະຫວັນ ນໍາໃຊ້ລະບົບທັນສະໄໝ ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ


ເພື່ອໃຫ້ວຽກງານ ການຄຸ້ມຄອງການແຈ້ງພາສີ, ການເສຍຄ່າພາສີ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ມີຄວາມວ່ອງໄວ ກວດສອບໄດ້ ແລະ ວ່ອງໄວ ດ່ານພາສີສາກົນແດນສະຫວັນ ນໍາໃຊ້ລະບົບທັນສະໄໝເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວ ແນໃສ່ການອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ.

ທ່ານ ຄໍາພອນ ຫານຊະນະ ຮອງຫົວໜ້າດ່ານພາສີສາກົນແດນສະຫວັນ ຜູ້ຊີ້ນໍາກຸ່ມວຽກຄຸ້ມຄອງສາງ ແລະ ກວດກາສິນຄ້າເຄື່ອງຂອງ ໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດວຽກງານ ດ່ານພາສີສາກົນແດນສະຫວັນ ໃນໄລຍະຜ່ານມາ ແມ່ນຢູ່ພາຍໃຕ້ສະພາບແວດລ້ອມ ທີ່ມີຄວາມຫຍຸ້ງຍາກພໍສົມຄວນ ໂດຍສະເພາະແມ່ນສະພາບການຂອງໂລກ ແລະ ພາກພື້ນ, ອັດຕາແລກປ່ຽນມີການຜັນຜວນ ເຊິ່ງມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການເກັບລາຍຮັບເຂົ້າງົບປະມານ, ສົ່ງຜົນຕໍ່ການນໍາເຂົ້າ-ສົ່ງອອກ ສິນຄ້າເຄື່ອງຂອງ ບາງໝວດສິນຄ້າ ປະລິມານການນໍາເຂົ້າຫລຸດລົງຖ້າທຽບໃສ່ໄລຍະດຽວກັນ, ຕໍ່ກັບສະພາບການຄວາມຫຍຸ້ງຍາກຄືແນວນັ້ນ, ຄະນະດ່ານພາສີສາກົນແດນສະຫວັນ ກໍ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນ ຢ່າງມີປະສິດທິພາບ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ, ໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການຄຸ້ມຄອງການແຈ້ງພາສີ, ການເສຍຄ່າພາສີ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ດ້ວຍລະບົບອີເລັກໂທຣນິກເປັນຕົ້ນ ASYCUDA, NSWA (national single window), Smartax, Easy pass.

ພ້ອມນັ້ນ, ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍ ດ່ານມີທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດ ໃນຕໍ່ໜ້າໂດຍການເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານຢ່າງເປັນປົກກະຕິ, ຖືເອົາວຽກງານການເກັບລາຍຮັບເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນກັນວຽກງານອື່ນໆ, ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຢູ່ພາຍໃນດ່ານ ຢ່າງເປັນປົກກະຕິເພື່ອ ບໍ່ໃຫ້ມີຊ່ອງວ່າງການຮົ່ວໄຫລຂອງລາຍຮັບ, ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ເຂັ້ມງວດ ແລະ ສອດຄ່ອງຕາມລະ ບຽບກົດໝາຍ, ເອົາໃຈໃສ່ຕິດຕາມ ກວດກາ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍ ເຊັ່ນ: ນ້ຳມັນເຊື້ອໄຟ, ການນຳເຂົ້າ-ສົ່ງອອກ ແລະອື່ນໆ, ເອົາໃຈໃສ່ຕິດຕາມ, ຄຸ້ມຄອງສິນຄ້າ ເຄື່ອງຂອງ ທີ່ນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ຮັດກຸມກວ່າເກົ່າ ເພື່ອຫຼີກລ້ຽງຊ່ອງຫວ່າງການເອົາໄປນໍາໃຊ້ບໍ່ຖືກຕາມເປົ້າໝາຍ.

ນອກຈາກນີ້ ຍັງຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫັນເປັນທັນສະໄໝເທື່ອລະກ້າວ ສ້າງທຸກເງື່ອນໄຂເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ການຄ້າ, ການລົງທຶນ, ການນໍາເຂົ້າ-ສົ່ງອອກ ສິນຄ້າ ເຄື່ອງຂອງ, ຫຼຸດຜ່ອນຂັ້ນຕອນຕ່າງໆ ທີ່ບໍ່ຈຳ ເປັນ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານ ການຄຸ້ມຄອງການແຈ້ງພາສີ, ການເກັບຄ່າທຳນຽມ ແລະ ຄ່າບໍລິການ ຕ່າງໆດ້ວຍລະບົບອີເລັກໂທຣນິກເປັນຕົ້ນ ASYCUDA, NSWA (national single window) Smartax, Easypass, ທັງເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ໃນການເພີ່ມທະວີການຄຸ້ມຄອງ ແລະ ອັດທຸກການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.

https://www.mof.gov.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/