SEC ເລື່ອນເວລາຕັດສິນໃຈໃນການອະນຸມັດ ARK 21Shares Spot Bitcoin ETF ອອກໄປຈົນຮອດເດືອນມັງກອນປີໜ້າ


ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ເລື່ອນການຕັດສິນໃຈໃນການອະນຸມັດຂອງ ARK 21Shares Spot Bitcoin ETF , ໂດຍໄດ້ກຳນົດ ເສັ້ນຕາຍສຸດທ້າຍຄືວັນທີ 10 ມັງກອນ 2024, ໂດຍອີງໃສ່ໄລຍະເວລາການພິຈາລະນາສູງສຸດ 240 ມື້ທີ່ໄດ້ຮັບອະນຸຍາດສຳລັບໜ່ວຍງານດູແລຄຸ້ມຄອງ

ໃນການປະກາດເມື່ອວັນທີ 26 ກັນຍາ, SEC ກ່າວວ່າຈະຂະຫຍາຍເວລາການພິຈາລະນາວ່າຈະອະນຸມັດ ຫຼື ບໍ່ອະນຸມັດໃນການປ່ຽນແປງກົດລະບຽບທີ່ສະເໜີໂດຍ  ARK 21Shares Spot Bitcoin ETF. ເຊິ່ງກ່ອນໜ້ານີ້ SEC ເຄີຍເລື່ອນການພິຈາລະນາຄຳຂອງ ARK 21Shares ມາແລ້ວຄັ້ງໜຶ່ງໃນວັນທີ 11 ສິງຫາ, ເຮັດໃຫ້ໜ່ວຍງານມີເວລາໃນການຕັດສິນໃຈຈົນຮອດວັນທີ 11 ພະຈິກເພື່ອຕັດສິນໃຈວ່າຈະອະນຸມັດ ຫຼື ບໍ່ອະນຸມັດ ຫຼື ເລື່ອນການຕັດສິນໃຈອີກຄັ້ງ

ໃນຂະນະທີ່ SEC ໄດ້ປະກາດເລື່ອນການຕັດສິນໃຈໃນການອະນຸມັດຂອງ ARK 21Shares Spot Bitcoin ETF ໃນວັນທີ 26 ກັນຍາ, ກໍເປັນມື້ດຽວກັນທີ່ SEC ໄດ້ປະກາດເລື່ອນການພິຈາລະນາຄຳຂໍອະນຸມັດກອງທຶນຊື້ຂາຍແລກປ່ຽນ Bitcoin Spot ETF ຈາກຜູ້ຈັດການກອງທຶນ GlobalX ໂດຍກໍານົດເວລາຕໍ່ໄປຄືໃນເດືອນຕຸລາ ແລະ ເດືອນພະຈິກ.

ໂດຍການຂະຫຍາຍເວລາເພີ່ມເຕີມອີກ 60 ມື້ໃນການພິຈາລະນາຄຳຂໍຂອງ ARK 21 Shares ແລະ ໄດ້ກຳນົດເວລາເສັ້ນຕາຍໃໝ່ຂອງ SEC ສຳລັບການອະນຸມັດ ARK 21 Shares ກໍຄືວັນທີ 10 ມັງກອນ 2024 ຫຼື 240 ມື້ນັບຈາກມື້ທີ່ຍື່ນຄຳຂໍໃນຕອນທຳອິດ. ໃນຂະນະດຽວກັນກໍໄດ້ກຳນົດເວລາເສັ້ນຕາຍໃໝ່ສຳລັບ Bitcoin Spot ETF ຂອງ GlobalX ກໍຄືວັນທີ 21 ພະຈິກ ປີ 2023 ນີ້

ສ່ວນການຍື່ນຄໍາຮ້ອງຈັດຕັ້ງກອງທຶນາຊື້ຂາຍແລກປ່ຽນ Bitcoin (ETF) ແບບ spot ຂອງບໍລິສັດຄຸ້ມຄອງຊັບສິນດິຈິຕອນຂະໜາດໃຫຍ່ 7 ແຫ່ງເຊິ່ງໄດ້ແກ່ BlackRock, WisdomTree, Invesco Galaxy, Valkyrie, Bitwise, VanEck ແລະ Fidelity, ຈະມີກໍານົດເວລາເສັ້ນຕາຍໃນເດືອນຕຸລາ 2023. ຢ່າງໃດກໍຕາມ, SEC ສາມາດເລື່ອນ ຫຼື ຂະຫຍາຍກຳນົດເວລາອອກໄປ​ຈົນ​ເຖິງ​ເດືອນ​ມີ​ນາ 2024.

ທີ່ມາ:

cointelegraph

sec

twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/