ນະຄອນຫຼວງວຽງຈັນ ເປີດຂາຍສິນຄ້າຫຼຸດລາຄາ 17 ຈຸດ ເພື່ອແບ່ງເບົາຄ່າຄອງຊີບຂອງປະຊາຊົນ


ເພື່ອແນໃສ່ການແກ້ໄຂບັນຫາເງິນເຟີ້ ແລະ ອັດຕາແລກປ່ຽນ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການ ກ່ຽວກັບການຂາຍສິນຄ້າອຸປະໂພກຫຼຸດລາຄາຕາມນະໂຍບາຍຂອງຄະນະ 19/ກມສພ ກໍຄືຄະນະສະເພາະກິດແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີ ກິດຈະກຳຂາຍສິນຄ້າຫຼຸດລາຄາລະຫວ່າງວັນທີ 26-30 ກັນຍາ 2023 ປະທານພິທີເປີດໂດຍທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ພ້ອມຫົວໜ້າກົມ ຮອງຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມ, ຈຸດປະສົງຂອງກິດຈະກຳ ແມ່ນເພື່ອຜັນຂະຫຍາຍມະຕິຕົກລົງຂອງກົມການເມືອງສູນກາງພັກ ແລະ ເພື່ອສືບຕໍ່ປະຕິບັດວ່າດ້ວຍການຄຸ້ມຄອງສິນຄ້າ ແລະ ເພື່ອແບ່ງເບົາຄ່າຄອງຊີບຂອງປະຊາຊົນ.

ຄ່າຄອງຊີບແມ່ນສົ່ງຜົນກະທົບຕໍ່ປະຊາຊົນລາວ ຕໍ່ຄອບຄົວທີ່ມີລາຍຮັບຕ່ຳ ພັກ-ລັດ ກໍໄດ້ມີຄວາມພະຍາຍາມ ຄົ້ນຄວ້າຊອກຫາວິທີທາງ ເພື່ອສຸມໃສ່ການແກ້ໄຂສະພາບດັ່ງກ່າວ. ສຳລັບກິດຈະກຳນີ້ ເກີດຂຶ້ນໄດ້ ເນື່ອງຈາກການຊຸກຍູ້ຂອງພັກ-ລັດ ແລະ ການປະກອບສ່ວນຂອງພາກເອກະຊົນ ທີ່ມີນ້ຳໃຈເສຍສະຫຼະສູງສົ່ງເຂົ້າຮ່ວມກິດຈະກຳດັ່ງກ່າວ.

ກິດຈະກຳດັ່ງກ່າວແມ່ນຂາຍແບບເຄື່ອນທີ່ ຫຼື ເອົາສິນຄ້າໄປຂາຍໃນລົດຕາມແຕ່ລະຈຸດ ເປັນເວລາ 5 ວັນ ສິນຄ້າແມ່ນມີຈໍາກັດ ມີ 17 ຈຸດຂາຍດ້ວຍກັນຄື: ເມືອງສີສັດຕະນາກ, ຈັນທະບູລີ, ໄຊເສດຖາ, ນາຊາຍທອງ ແລະ ເມືອງປາກງື່ມ. ສິນຄ້າແຕ່ລະຈຸດ 108 ຊຸດ ຈະໄດ້ຄົ້ນຄວ້າຂະຫຍາຍຕາມແຂວງອື່ນໆ ແລະ ຈຸດອື່ນໆ ທີ່ມີເງື່ອນໄຂຕື່ມ.

ທີ່ມາ: https://www.facebook.com/Laoedaily/videos/329169062918123/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/