ນຍ ເນັ້ນໃຫ້ແຂວງພາກເໜືອ ເອົາໃຈໃສ່ ຄຸ້ມຄອງການລົງທຶນຜ່ານລະບົບທະນາຄານ ດຶງດູດເງິນຕາ ແກ້ໄຂບັນຫາ ເສດຖະກິດ-ການເງິນ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ອຳນາດການປົກຄອງ ແຂວງພາກເໜືອ ໃຫ້ ເອົາໃຈໃສ່ ຄຸ້ມຄອງການລົງທຶນຜ່ານລະບົບທະນາຄານ ເພື່ອດຶງດູດເງິນຕາຕ່າງປະເທດຕົວຈິງ ໃຫ້ເຂົ້າປະເທດໄດ້ຫຼາຍຂຶ້ນ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເສດຖະກິດ-ການເງິນ.

ຄຳເຫັນດັ່ງກ່າວ ມີຂຶ້ນໃນກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ແຂວງອຸດົມໄຊ  ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປັນປະທານ ໂດຍມີເຈົ້າແຂວງອຸດົມໄຊເຂົ້າຮ່ວມ ພ້ອມມີເຈົ້າແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ການນໍາແຂວງໄຊຍະບູລີ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອລາຍງານ ແລະ ສະເໜີສະພາບພົ້ນເດັ່ນ ການຈັດຕັ້ງປະຕິບັດວຽກງານພາຍໃນແຂວງຕົນ.

ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ 19/ກມສພ ໄດ້ເນັ້ນໃຫ້ບັນດາແຂວງ ເອົາໃຈໃສ່ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ. ພ້ອມໃຫ້ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງ ຂອງການລົງທຶນໃຫ້ຜ່ານລະບົບທະນາຄານ, ສົມທົບບັນດາບໍລິສັດ ກໍຄື ຜູ້ປະກອບການ ເປີດບັນຊີເພື່ອດຳເນີນທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫຼາຍຂຶ້ນ.

ນອກຈາກນີ້ ຍັງຕ້ອງເອົາໃຈໃສ່ການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫຼາຍຂຶ້ນ ໂດຍຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ; ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນໃນຂະແໜງບໍ່ແຮ່ໃຫ້ຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງກັບລະບຽບການ.

ໃນວຽກງານຂອງການຄົມມະນາຄົມຂົນສົ່ງ ທ່ານ ນາຍົກ ໄດ້ແນະນຳໃຫ້ ອຳນາດການປົກຄອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ, ໂຄງລ່າງພື້ນຖານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າໃຫ້ວ່ອງໄວກວ່າເກົ່າ.

ສ່ວນໃນດ້ານການທ່ອງທ່ຽວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນໃຫ້ໃຫ້ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ ຍົກລະດັບຄຸນະພາບທີ່ພັກອາໄສ, ສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ໃຫ້ສູງຂຶ້ນ ເພື່ອຕ້ອນຮັບປີ ທ່ອງທ່ຽວລາວ 2024 ທີ່ຈະມາຮອດນີ້.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະກໍໄດ້ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນຈຳນວນໜຶ່ງຢູ່ເທສະບານເມືອງໄຊ ເປັນຕົ້ນ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງບໍລິສັດຈົງອູຢູ່ບ້ານກໍນ້ອຍ; ໂຄງການປູກມອນ-ລ້ຽງມ້ອນ ຂອງບໍລິສັດຊ່ວງໄຊພັນທະນາກະສິກຳຈຳກັດ; ໂຮງງານອຸດສາຫະກຳປຸງແຕ່ງໄມ້ສຳເລັດຮູບຂອງບໍລິສັດຊ່ວງໄຊ; ໄປຢ້ຽມຢາມສູນຄ່ຽນຖ່າຍສິນຄ້າມະຫາໂຊກ ຂອງບໍລິສັດມະຫາໂຊກຢູ່ບ້ານນາສ້າວ ຕື່ມອີກ.

https://www.facebook.com/lnrlao/posts/pfbid02UV9YARrFLwHsVhHt38SwPdeE2xbRaikrBR319WjjBBnbCdzJqei9FMuNnk4sET5xl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/