ການຍື່ນຟ້ອງລົ້ມລະລາຍໃນສະຫະລັດໄດ້ມີການເພີ່ມຂຶ້ນໃນ “ລະດັບອັນຕະລາຍ” ທີ່ອາດເຮັດຕະຫຼາດຮຸ້ນສ່ຽງທີ່ຈະພັງທະລາຍລົງ


ຜູ້ຊ່ຽວຊານທາງດ້ານການເງິນ ແລະ ນັກລົງທຶນທີ່ມີຊື່ສຽງໄດ້ອອກມາເຕືອນກ່ຽວກັບສະຖານະການທາງດ້ານເສດຖະກິດທີ່ຕົກຕໍ່າໃນສະຫະລັດອາເມຣິກາ ພ້ອມກັບການຄາດການເຖິງອະນາຄົດທີ່ຮ້າຍແຮງກວ່າເກົ່າ, ໂດຍອີງຈາກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າການຍື່ນຟ້ອງລົ້ມລະລາຍໃນປະເທດສະຫະລັດອາເມຣິກາແມ່ນເປັນທີ່ລະນຶກເຖິງວິກິດການທີ່ຜ່ານມາ.

ເມື່ອບໍ່ດົນມານີ້, ຈໍານວນຂອງການຍື່ນເອກະສານປ້ອງກັນການລົ້ມລະລາຍໃນສະຫະລັດແມ່ນຢູ່ໃນ “ລະດັບທີ່ອັນຕະລາຍ” ຄ້າຍຄືກັນກັບໃນໄລຍະທີ່ພາວະເສດຖະກິດຖົດຖອຍຄັ້ງໃຫຍ່ໃນປີ 2008 ແລະ ເປັນຈຸດເລີ່ມຕົ້ນຂອງການລະບາດຂອງ COVID-19 ໃນປີ 2020, ອີງຕາມຂໍ້ມູນທີ່ແບ່ງປັນໂດຍ WhaleWire ທີ່ໂພສໃນແພລັດຟອມ X ເມື່ອວັນທີ 24 ກັນຍາທີ່ຜ່ານມາ.

ຜູ້ຊ່ຽວຊານພົບວ່າ ລະດັບການຍື່ນເອກະສານລົ້ມລາຍໃນສະຫະລັດທີ່ເພີ່ມຂຶ້ນນັ້ນ ມັກຈະເປັນຕົວຊີ້ບອກເຖິງວິກິດການຄັ້ງໃຫຍ່ທີ່ກຳລັງຈະມາເຖິງ. ລວມທັງຄວາມສ່ຽງຂອງຕະຫຼາດຮຸ້ນທີ່ອາດຈະພັງທະລາຍຕະຫຼາດລົງ ເຊັ່ນດຽວກັບສະຖານະການທີ່ເຄີຍເກີດຂື້ນກ່ອນທັງໃນປີ 2008 ແລະ 2020, ເຊິ່ງຄ້າຍຄືກັນກັບອັດຕາການຍື່ນລົ້ມລະລາຍໃນໄລຍະເລີ່ມຕົ້ນຂອງພາວະເສດຖະກິດຖົດຖອຍຄັ້ງໃຫຍ່.

ໃນຂະນະດຽວກັນ, Robert Kiyosaki ນັກລົງທຶນທີ່ມີຊື່ສຽງ ແລະ ເປັນຜູ້ຂຽນປຶ້ມຂາຍດີທີ່ສຸດຄື ‘Rich Dad Poor Dad’ ໄດ້ອອກມາເຕືອນເຖິງເລື່ອງເສດຖະກິດໃນສະຫະລັດວ່າ ການລົ້ມລະລາຍຂອງເງິນໂດລາສະຫະລັດ ມັນກຳລັງຈະເກີດຂຶ້ນໂດຍຜ່ານການລົ້ມລະລາຍຂອງເສດຖະກິດສະຫະລັດ. ເງິນໂດລາສະຫະລັດຈະສູນເສຍສະຖານະພາບຂອງຕົນໃນການເປັນສະກຸນເງິນສຳຮອງຂອງໂລກ.

ເພື່ອເປັນການປ້ອງກັນຕົນເອງຈາກການລົ້ມລະລາຍຂອງເສດຖະກິດທີ່ກຳລັງຈະເກີດຂຶ້ນ, Robert Kiyosaki ໄດ້ແນະນໍາໃຫ້ລົງທຶນໃນສິນຊັບທາງເລືອກເຊັ່ນ ສະກຸນເງິນດິຈິຕອນ ໂດຍສະເພາະແມ່ນ Bitcoin (BTC), ໂດຍໃຫ້ເຫດຜົນວ່າ “ສະກຸນເງິນດິຈິຕອນແມ່ນອະນາຄົດ” ໃນໂລກທີ່ສະກຸນເງິນ fiat ເປັນ “ຂອງປອມ”.

ທີ່ມາ:

finbold

the-great-recession

WhaleWire

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/