3 ເດືອນທ້າຍປີ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຕັ້ງເປົ້າ ສົ່ງອອກຢາງພາລາໃຫ້ໄດ້ 2.520 ໂຕນ ຄິດເປັນມູນຄ່າເກືອບ 29 ຕື້ກີບ


ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີເຜີຍ 3 ເດືອນທ້າຍປີ 2023 ນີ້ ເມືອງຊຽງຮ່ອນ ຕັ້ງເປົ້າຈະສົ່ງອອກຢາງພາລາ ໃຫ້ບັນລຸ 2.520 ໂຕນ ຄິດເປັນມູນຄ່າປະມານ 28,98 ຕື້ກີບ.

ອີງຕາມການລາຍງານຂອງ ໜັງສືພິມ ວຽງຈັນໃໝ່ ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ ໃນໄລຍະ 9 ເດືອນ ປີ 2023 ຜ່ານມາ ການສົ່ງອອກຢາງພາລາຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສາມາດຜະລິດໄດ້ຄື: ຢາງພາລາກ້ອນໄດ້ 461 ໂຕນ ມູນຄ່າ: 4,61 ຕື້ກີບ ຢາງພາລາແຜ່ນ 1.100 ໂຕນ ມູນຄ່າ 11 ຕື້ກີບ ສາມາດສົ່ງອອກໄປຕ່າງປະເທດ ປະເພດຢາງພາລາກ້ອນໄດ້ 100 ໂຕນ ມູນຄ່າ 43.500 ໂດລາສະຫະລັດ ຢາງພາລາແຜ່ນ  1.530 ໂຕນ ມູນຄ່າ 1.709.000 ໂດລາສະຫະລັດ ແລະ ຢາງເຄິ່ງສຳເລັດຮູບ 820 ໂຕນ ມູນຄ່າ 820.000 ໂດລາ. ສ່ວນ ແຜນການ 3 ເດືອນທ້າຍປີ 2023 ການສົ່ງອອກຢາງພາລາຂອງເມືອງຊຽງຮ່ອນ ຄາດວ່າຈະບັນລຸໄດ້ປະມານ 2.520 ໂຕນ ແລະ ຈະສາມາດສ້າງມູນຄ່າໄດ້ປະມານ 28,98 ຕື້ກີບ.

ທ່ານ ສີເມືອງ ອິນທະວົງ ກ່າວວ່າ: “ໃນແຕ່ລະອາທິດຊາວກະສິກອນເມືອງຊຽງຮ່ອນ ຈະນຳຢາງພາລາຂອງຕົນມາຂາຍ ໃນວັນເສົາ ແລະ ວັນອາທິດ ເຊິ່ງລາຄາຂາຍຢູ່ພາຍໃນເມືອງຊຽງຮ່ອນຢູ່ທີ່ 11.500 ກີບຕໍ່ 1 ກິໂລ ແລະ ໃນ 1 ອາທິດຈະມີຊາວກະສິກອນເອົາຢາງມາຂາຍສະເລ່ຍປະມານ 200-220  ໂຕນ ມີເງິນໝູນວຽນພາຍໃນ 1 ອາທິດ 2,41 ຕື້ກວ່າກີບ”.  

ປັດຈຸບັນທົ່ວເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາທັງໝົດ 5.036 ເຮັກຕາ ໃນນັ້ນມີເນື້ອທີ່ໄດ້ປາດແລ້ວ 3.830 ເຮັກຕາ ໂດຍມີການລົງທຶນປູກຂອງບໍລິສັດ ລີລ້ຽງຢູນານ ຈໍາກັດ ເນື້ອທີ່ 642 ເຮັກຕາ ບໍລິສັດ ຊຽງຕາລີ ຈໍາກັດ 2.885 ເຮັກຕາ ບໍລິສັດ ບໍ່ແກ້ວ ຈໍາກັດ ເນື້ອທີ່ 187 ເຮັກຕາ ແລະ ປະຊາຊົນປູກເອງຈໍານວນເນື້ອທີ່ 1.320 ເຮັກຕາ.

ທ່ານ ສີເມືອງ ອິນທະວົງ ເຜີຍໃຫ້ຮູ້ອີກວ່າ ໃນປີ 2023 ຫ້ອງການ ກະສິກໍາ ແລະ ປ່າໄມ້ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຂຶ້ນແຜນປູກຕື່ມເນື້ອທີ່ 900 ກວ່າເຮັກຕາ ແລະ ອົງການປົກຄອງເມືອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ ບໍລິສັດ ລາວຈຸນທົງຢາງພາລາ ຈຳກັດ ມາຕັ້ງໂຮງງານແປຮູບ ແລະ ເກັບຊື້ຢາງພາລາ ພ້ອມທັງສົ່ງເສີມໃຫ້ອົງການປົກຄອງບ້ານປູກຢາງພາລາລວມຂອງບ້ານ ໂດຍບໍລິສັດເປັນຜູ້ສະໜອງແນວພັນ ແລະ ອື່ນໆ.

ທັງນີ້ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມຊາວກະສິກອນຢູ່ພາຍໃນເມືອງປູກພືດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນກ້າວໆ.

https://www.facebook.com/VientianeMai/posts/pfbid0f9VjdvRFNE64X2vtzwrN4nktvV7Bsv4M7iKgyDFvUkNZ3NoaAZN1YC2G4cw1Nzkpl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/