ນັກວິທະຍາສາດຊີ້ ພື້ນທີ່ນ້ຳກ້ອນອ້ອມຮອບ “ແອນຕາກຕິກາ”  ຫຼຸດລົງຕ່ຳເປັນປະຫວັດສາດ


ນັກວິທະຍາສາດຂອງປະເທດສະຫະລັດອາເມຣິກາ ໄດ້ອອກມາເປິດເຜີຍວ່າ ປະລິມານນ້ຳກ້ອນໃນທະເລໂດຍຮອບຂອງທະວີບແອນຕາກຕິກາ ໄດ້ຫຼຸດລົງຕ່ຳເປັນປະຫວັດສາດໃນລະດູໜາວປີນີ້ ຈາກການວິເຄາະຂໍ້ມູນດາວທຽມພົບວ່າ ທະເລອ້ອມຂ້າງ ມີພື້ນທີ່ຜິວຕ່ຳເປັນປະຫວັດສາດໃນລະດູໜາວທີ່ຜ່ານມາ.

ໃນທາງດຽວກັນ ຂົ້ວໂລກໃຕ້ປ່ຽນຜ່ານເຂົ້າສູ່ລະດູໄມ້ປົ່ງ ສູນຂໍ້ມູນຫິມະ ແລະ ນ້ຳກ້ອນແຫ່ງຊາດຂອງສະຫະລັດອາເມຣິກາ (NSIDC) ໄດ້ລະບຸໃນຖະແຫຼງການວ່າ ນ້ຳກ້ອນໃນທະເລແອນຕາກຕິກມີພື້ນທີ່ສູງສຸດພຽງ 16.96 ລ້ານ ກິໂລຕາແມັດໃນປີນີ້ ເມື່ອວັນທີ 10 ກັນຍາ 2023 ທີ່ຜ່ານມາ.

NSIDC ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ຂອງມະຫາວິທະຍາໄລ ໂຄໂລຣາໂດ ໂບເດີ ກ່າວວ່າ “ນີ້ຄືພື້ນທີ່ນ້ຳກ່ອນໃນທະເລສູງສຸດທີ່ຕ່ຳທີ່ສຸດຕັ້ງແຕ່ລະຫວ່າງ 1979 ຮອດປີ 2023” ເມື່ອຮອດຈຸດສູງສຸດໃນປີນີ້ ພື້ນທີ່ນ້ຳກ້ອນໃນທະເລມີຂະໜາດນ້ອຍກວ່າສະຖິຕິິເທື່ອກ່ອນຮອດ 1.03 ລ້ານກິໂລຕາແມັດ.

NSIDC ໄດ້ລະບຸວ່າ ໃນບໍລິເວນພື້ນທີ່ຂົ້ວໂລກເໜືອ ເຊິ່ງເປັນລະດູຮ້ອນໃກ້ຈະສິ້ນສຸດ ພື້ນທີ່ນ້ຳກ້ອນໃນທະເລອາກຕິກກໍແຕະລະດັບຕ່ຳສຸດທີ່ 4.23 ລ້ານກິໂລຕາແມັດເຊິ່ງຕ່ຳສຸດໃນອັນດັບ 6 ໃນຮອບ 45 ປີ ຂອງການບັນທຶກຂໍ້ມູນ ແຕ່ໃນຫຼາຍທົດສະວັດທີ່ຜ່ານມາ ແຜ່ນນ້ຳກ້ອນໃນທະເລແອນຕາກຕິກຍັງຄົງສະຖຽນ ແຕ່ກັບພົບວ່າຕັ້ງແຕ່ເດືອນ ສິງຫາ 2016 ກໍໄດ້ຫຼຸດລົງຢ່າງວ່ອງໄວ.

ຢ່າງໃດກໍຕາມ ຍັງຄົງມີການໂຕ້ຖຽງກັນໃນກຸ່ມນັກວິທະຍາສາດ ກ່ຽວກັບສາເຫດຂອງການປ່ຽນແປງ ໂດຍບາງຄົນບໍ່ຕ້ອງການທີ່ຈະເຊື່ອມໂຍງເຖິງສາເຫດກັບພາວະຮ້ອນໂລກ ໂດຍໃນອະດີດແບບຈຳລອງສະພາບອາກາດ ມັກຈະບໍ່ສາມາດທຳນາຍການປ່ຽນແປງຂອງແຜ່ນນ້ຳກ້ອນໄດ້ຢ່າງແນ່ນອນຖືກຕ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/