ແອັບ​ຢວນ​ດິ​ຈິ​ຕອນເປີດຕົວຟີເຈີໃໝ່ ທີ່ຈະຊ່ວຍໃຫ້ນັກທ່ອງທ່ຽວໃນຈີນສາມາດເຕີມ​ເງິນ​ເຂົ້າ​ໃນລະບົບ​ຜ່ານ Mastercard ແລະ VISA


ສຳລັບນັກທ່ອງທ່ຽວທ່ານໃດທີ່ກຳລັງວາງແຜນຈະໄປປະເທດຈີນ, ໃນຕອນນີ້ແອັບຢວນດິຈິຕອນ (e-CNY) ສໍາລັບໃຊ້ງານເງິນຢວນດິຈິຕອນຂອງປະເທດຈີນໄດ້ເພີ່ມຊ່ອງທາງໃຫ້ນັກທ່ອງທ່ຽວໃນການເຕີມເງິນເຂົ້າກະເປົາຜ່ານບັດ Mastercard ແລະ Visa ໄດ້ແລ້ວ, ໂດຍມີທາງເລືອກຄື “ຕື່ມເງິນກ່ອນແລ້ວໃຊ້ນໍາຫຼັງ”.

ເຊິ່ງການອັບເດດໃນຄັ້ງນີ້ຈະເປີດໃຫ້ໃຊ້ງານພ້ອມກັນກັບການແຂ່ງຂັນກິລາອາຊຽນເກມທີ່ກຳລັງຈັດຂຶ້ນຢູ່ປະເທດຈີນ ແລະ ເປັນໜຶ່ງໃນແຜນການທົດລອງສະກຸນເງິນດິຈິຕອນທະນາຄານກາງຂອງປະເທດຈີນ (CBDC​)​

ໂດຍແອັບຢວນດິຈິຕອນ (e-CNY) ນັ້ນຍັງເປັນເວີຊັນທີ່ທົດສອບການໃຊ້ງານ, ເຊິ່ງສາມາດດາວໂຫຼດ ແລະ ຕິດຕັ້ງໄດ້ທັງໃນອຸປະກອນ iOS ແລະ ຜ່ານ Google Play Store ຂອງປະເທດຈີນ. ແອັບຢວນດິຈິຕອນໃນລະບົບ iOS ເວີຊັ່ນ 1.1.1 ທີ່ໄດ້ມີການອັບເດດຫຼ້າສຸດໃນວັນທີ 22 ກັນຍາ, ໄດ້ມີການເພີ່ມຊ່ອງທາງສຳລັບການເຕີມເງິນເຂົ້າກະເປົາຂອງເຮົາຜ່ານບັດ Mastercard ແລະ Visa, ເຊິ່ງຖືກນໍາໃຊ້ໃນຫຼາຍປະເທດທົ່ວໂລກ.

ອີງ​ຕາມຂໍ້ມູນຈາກ Yicai, ປະເທດຈີນ​ໄດ້​ເລີ່ມ​​ການ​ທົດ​ລອງ​ໃນການໃຊ້ເງິນ​ຢວນ​ດິ​ຈິ​ຕອນ​ເພື່ອໃຫ້ເປັນອີກໜຶ່ງ​ທາງ​ເລືອກ​ໃນການ​ຊໍາ​ລະ​ສໍາ​ລັບຊາວຕ່າງຊາດທີ່​ມາ​ຢ້ຽມ​ຢາມ​ປະເທດຂອງຕົນ ແລະ ໄດ້ເປີດ​ໃຫ້​ໃຊ້​ໃນ​ລະ​ຫວ່າງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວທີ່​ປັກ​ກິ່ງ​ໃນປີ 2022, ເຊິ່ງໂຄງ​ການ​ທົດ​ລອງ CBDC ໄດ້​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ໃຊ້ຊ່ອງທາງໃນ​ການ​ຊຳ​ລະ​ເງິນ​ຢູ່ກັບຮ້ານຄ້າໃນທ້ອງ​ຖິ່ນ.

ປັດຈຸບັນນັກທ່ອງທ່ຽວສາມາດສະໝັກບໍລິການ Digital Yuan Wallet ໂດຍໃຊ້ເບີໂທລະສັບມືຖືໃນຕ່າງປະເທດເພື່ອລົງທະບຽນ ແລະ ເປີດກະເປົາເງິນ e-CNY, ລວມທັງການຊຳລະເງິນດ້ວຍ Visa ແລະ Mastercard ໄດ້ແລ້ວ.

ທີ່ມາ:

cointelegraph

ecnydigitalyuan

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/