ນັກວິຊາການອອສເຕຣເລຍ ທໍລະມານ ແລະ ລ່ວງລະເມີດທາງເພດໝາ ຫຼາຍກວ່າ 40 ໂຕ


ນັກວິຊາການຊາວອອສເຕຣເລຍ ອະດຳ ໂຣເບີດ ບຣິດຕັນ ອາຍຸ 51 ປີ ຜູ້ຊ່ຽວຊານເລື່ອງແຂ້ ຂອງລັດນໍເທິນເທຣິທໍຣິ ປະເທດ ອອສເຕຣເລຍ ແລະ ນັກວິຊາການຈາກມະຫາວິທະຍາໄລ ໄລຊາ ດາວິນ ໄດ້ຮັບສາລະພາບຕໍ່ສານ ກໍລະນີທໍລະມານ ແລະ ລ່ວງລະເມີດທາງເພດໝາຫຼາຍກວ່າ 40 ໂຕ ເປັນເຫດໃຫ້ມີໝາຕາຍຮອດ 39 ໂຕ.

ອະດຳ ໂຣເບີດ ບຣິດຕັນ ເລີ່ມກະທຳຜິດຕັ້ງແຕ່ປີ  2014 ໂດຍທໍລະມານ ແລະ ລ່ວງລະເມີດທາງເພດໝາ ຈົນຖືກຈັບກຸມໃນເດືອນ ເມສາ 2022 ແລະ ຫຼ້າສຸດເມື່ອວັນທີ 25 ກັນຍາ 2023 ໃນການພິຈາລະນາຄະດີທີ່ສານສູງສຸດ ລັດນໍເທິນເທຣິທໍຣິ ພ້ອມກັບໄດ້ຮັບສາລະພາບໃນຂໍ້ຫາ 56 ກະທົງ.

ນອກຈາກນີ້, ເຂົາຍັງໄດ້ຮັບສາລະພາບຂໍ້ຫາກ່ຽວກັບການລ່ວງລະເມີດທາງເພດເດັກນ້ອຍອີກ 4 ກະທົງ ໂດຍລາຍລະອຽດຄະດີນັ້ນບໍ່ສາມາດເຜີຍແຜ່ອອກທີ່ສື່ໄດ້ ເນື່ອງຈາກການກະທຳທີ່ໂຫດຮ້າຍເກີນໄປ ໂດຍພຶດຕິກຳໂຫດຮ້າຍເກິນມະນຸດຂອງລາວເຮັດໃຫ້ມີໝາເສຍຊີວິດຮອດ 39 ໂຕ.

ທັງນີ້ ຍັງມີລາຍງານຈາກໄອຍະການ ມາຕີ ອອສ ໄດ້ກ່າວວ່າ “ຜູ້ກະທຳຄວາມຜິດມີຄວາມສົນໃຈທາງເພດແບບໂຫດຮ້າຍກັບສັດຕ່າງໆ ໂດຍສະເພາະກັບໝາ” ພ້ອມຍັງກ່າວອີກວ່າ ນອກຈາກໝາຂອງຕົນເອງແລ້ວຍັງໄປຫາໝາໂຕອື່ນໆ ດ້ວຍການຊື້ຕໍ່ ຫຼື ຂໍມາຮັບລ້ຽງຈາກເຈົ້າຂອງເກົ່າເພື່ອທໍລະມານ ແລະ  ລ່ວງລະເມີດທາງເພດ.

 ພ້ອມຍັງມີລາຍງານວ່າ ອະດຳ ໂຣເບີດ ບຣິດຕັນ ຍັງໄດ້ມີການແຊຣ໌ວິດີໂອ  ແລະ ຮູບພາບທີ່ຕົນເອງກຳລັງລ່ວງລະເມີດທາງເພດໝາເຫຼົ່ານີ້ ເອົາລົງໃນໂລກອອນລາຍ ໂດຍໃຊ້ນາມແຟງ ຈົນວິດີໂອຫຼຸດໄປຮອດໜ່ວຍງານດູແລສະຫວັດດີພາບໝາຂອງລັດ ນຳໄປສູ່ການຈັບຕົວໃນເດືອນ ເມສາ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/