ປີທ່ອງທ່ຽວລາວ 2024 ຄາດວ່າຈະສາມາດສ້າງລາຍຮັບໃຫ້ປະເທດໄດ້ຫຼາຍກວ່າ 612 ລ້ານໂດລາ


ລັດຖະບານ ເລັ່ງປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ, ປັບປຸງຄຸນະພາບຂອງການບໍລິການການທ່ອງທ່ຽວເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ ຕ້ອນປີ ປີທ່ອງທ່ຽວລາວ 2024 ແລະ ເພື່ອຮອງຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ ເຊິ່ງຄາດວ່າ ໃນປີ 2024 ສປປ ລາວຈະສາມາດສ້າງລາຍໄດ້ຈາກການທ່ອງທ່ຽວທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ບໍ່ຕໍ່າກວ່າ 612 ລ້ານໂດລາ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານການຄາດຄເນລາຍໄດ້ຈາກການທ່ອງທ່ຽວລາວ 2024 ຕໍ່ກອງປະຊຸມ ລະດັບຊາດກະກຽມຄວາມພ້ອມ ເປີດປີທ່ອງທ່ຽວລາວ 2024 ເມື່ອບໍ່ດົນມານີ້ ວ່າ:  ຄາດຄະເນຈໍານວນນັກທ່ອງທ່ຽວ ແລະ ລາຍຮັບ ດັ່ງນີ້: ປີ 2023 ຄາດຄະເນນັກທ່ອງທ່ຽວສາກົນ (ນັກທ່ອງທ່ຽວຕ່າງປະເທດ) ເຂົ້າມາທ່ຽວລາວ 2.504.213 ຄົນ (2 ລ້ານກວ່າຄົນ), ສ້າງລາຍຮັບ  367.588.360 ໂດລາ (367 ລ້ານກວ່າໂດລາ); ໃນປີ 2024 ມີ 2.728.181 ຄົນ, ສ້າງລາຍຮັບ 401.153.373 ໂດລາ. ໃນນັ້ນ, ຄາດຄະເນວ່າ ໃນປີ 2023 ນັກທ່ອງທ່ຽວພາຍໃນມີ 1.751.666 ຄົນ (1 ລ້ານກວ່າຄົນ), ສ້າງລາຍຮັບ 283.830.360 ໂດລາ                    (283 ລ້ານກວ່າໂດລາ), ໃນປີ 2024 ມີ 1.881.717 ຄົນ (1 ລ້ານກວ່າຄົນ), ສ້າງລາຍຮັບ 311.699.582 ໂດລາ (311ລ້ານກວ່າໂດລາ).

ນອກຈາກລາຍລາຍໄດ້ຈາກການທ່ອງທ່ຽວແລ້ວ ການເປີດປີທ່ອງທ່ຽວລາວ 2024 ຍັງຈະເປັນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025 ຕໍ່ເວທີສາກົນ; ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນລາວບັນດາເຜົ່າ; ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ, ປັບປຸງຄຸນະພາບຂອງການບໍລິການການທ່ອງທ່ຽວເຂົ້າສູ່ມາດຕະຖານສາກົນເທື່ອລະກ້າວ. ພ້ອມນັ້ນ, ອຸດສາຫະກຳການທ່ອງທ່ຽວສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນ, ສ້າງວຽກເຮັດງານທຳທາງກົງ ແລະ ທາງອ້ອມໃຫ້ທົ່ວສັງຄົມ ເເລະ ສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ປະເທດ.

ສຳລັບກິດຈະກຳປີທ່ອງທ່ຽວລາວ 2024 ໂດຍສົມທົບນຳ ບັນດາພະແນກ ຖວທ ນະຄອນຫຼວງ ແລະ ແຂວງໃນຂອບເຂດທົ່ວປະເທດ ສັງລວມລາຍການກິດຈະກໍາປີທ່ອງທ່ຽວລາວ 2024 ໄດ້ທັງໝົດ 75 ກິດຈະກໍາ ເຊິ່ງແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ ຈຳນວນ 14 ກິດຈະກຳ ແລະ ລະດັບແຂວງ ຈຳນວນ 61 ກິດຈະກຳ.

https://www.facebook.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/