UPbit ປະກາດລະງັບການຖອນ “Aptos” ຊົ່ວຄາວ, ຫຼັງຈາກກວດພົບວ່າມີຮູຮົ່ວໃນລະບົບເຮັດໃຫ້ສາມາດຝາກຫຼຽນປອມເຂົ້າໃນເວັບເທຣດໄດ້


UPbit ເວັບເທຣດທີ່ໃຫຍ່ທີ່ສຸດໃນເກົາຫຼີໃຕ້ໄດ້ປະກາດລະງັບການຝາກ ແລະ ຖອນຫຼຽນ Aptos (APT) ຊົ່ວຄາວ, ເນື່ອງຈາກກວດພົບຮູຮົ່ວໃນລະບົບເຮັດໃຫ້ມີຄົນຝາກຫຼຽນປອມທີ່ຖືກເຂົ້າໃຈວ່າແມ່ນຫຼຽນ APT ເຂົ້າມາໃນເວັບເທຣດ ເຊິ່ງຕົວລະບົບຂອງແພລັດຟອມເອງກໍໄດ້ຍອມຮັບວ່າຫຼຽນປອມທີ່ຝາກເຂົ້າມາແມ່ນຫຼຽນ APT ແທ້, ເຮັດໃຫ້ bot ສາມາດຝາກໂທເຄັນປອມຈຳນວນຫຼາຍເຂົ້າສູ່ບັນຊີທີ່ບໍ່ໄດ້ມີການຢືນຢັນຕົວຕົນໃນ Upbit.

ໃນຕອນນີ້ທາງບໍລິສັດກໍໄດ້ໃຫ້ທີມງານຕິດຕໍ່ຫາຜູ້ໃຊ້ທີ່ໄດ້ຮັບຜົນກະທົບຈາກຫຼຽນ APT ປອມເພື່ອຢືນຢັນຈໍານວນຜູ້ເສຍຫາຍ ແລະ ຂໍຫຼຽນ APT ປອມເຫຼົ່ານັ້ນຄືນ. ໂດຍແຈ້ງໃຫ້ຜູ້ໃຊ້ທີ່ໄດ້ຮັບຜົນກະທົບວ່າຫຼຽນ APT ປອມເຫຼົ່ານັ້ນບໍ່ແມ່ນສິນຊັບຂອງພວກເຂົາ ແລະ ພວກເຂົາມີສິດທີ່ຈະໄດ້ຮັບຫຼຽນເຫຼົ່ານັ້ນຄືນ, ຖ້າຜູ້ໃຊ້ປະຕິເສດການສົ່ງຄືນຫຼຽນ, UPbit ອາດຈະດໍາເນີນການທາງກົດໝາຍ ແລະ ອາດຈະຊົດເຊີຍຜູ້ໃຊ້ດ້ວຍຂອງຂວັນເພື່ອທົດແທນມູນຄ່າຂອງຫຼຽນເຫຼົ່ານັ້ນ

ໂດຍທາງບໍລິສັດສາມາດປະເມີນໄດ້ວ່າມີບັນຊີປະມານ 100,000 ບັນຊີທີ່ມີການຝາກຫຼຽນ Aptos ປອມເຂົ້າສູ່ເວັບເທຣດ Upin (ອີງຕາມແຫຼ່ງຂ່າວໃນຊຸມຊົນ, scammer ໄດ້ໂອນເງິນຈຳນວນຂັ້ນຕໍ່າ 250,000 KRW ເຂົ້າມາໃນເວັບເທຣດເພື່ອຫຼີກເວັ້ນກົດລະບຽບໃນການຢືນຢັນຕົວຕົນ ເຊິ່ງບໍລິສັດຄາດການວ່າຈຳນວນຫຼຽນປອມທັງໝົດທີ່ມີການຝາກເຂົ້າສູ່ເວັບເທຣດ Upbit ປະມານ 20 ລ້ານ KRW) ຖືໄດ້ວ່າເປັນການສໍ້ໂກງທີ່ໃຫຍ່ທີ່ສຸດໃນໄລຍະທີ່ຜ່ານມາ ລວມເປັນມູນຄ່າເສຍຫາຍກວ່າ 3.4 ຕື້ໂດລາ

ອີງຕາມບົດລາຍງານ, ຜູ້ໃຊ້ໄດ້ອ້າງວ່າພວກເຂົາໄດ້ຮັບຫຼຽນ APT ທັງທີ່ບໍ່ໄດ້ເຮັດທຸລະກໍາຫຍັງເລີຍ. ຫຼັງຈາກທີ່ທາງບໍລິສັດໄດ້ພົບເຫັນຕົວຂອງ Hacker ແລ້ວ, ເວັບເທຣດ UPbit ກໍໄດ້ປະກາດລະງັບການຝາກ ແລະ ຖອນຫຼຽນ APT ໃນທັນທີ, ໂດຍອ້າງເຖິງເຫດຜົນການບໍາລຸງຮັກສາກະເປົາເງິນຂອງ APT ແລະ ຈະກັບມາເປີດໃຫ້ບໍລິການຫຼັງຈາກການບຳລຸງຮັກສາສຳເລັດ.

ຜູ້ຊ່ຽວຊານດ້ານ Crypto ເກົາຫຼີໃຕ້ ແລະ ຜູ້ຮ່ວມກໍ່ຕັ້ງ TUNABOT ກ່າວວ່າ ຫຼຽນ APT ປອມນັ້ນບໍ່ແມ່ນໂທເຄັນ Aptos Network ແບບດັ້ງເດີມ, ແຕ່ເປັນໂທເຄັນປອມທີ່ມີຊື່ວ່າ “ClaimAPTGift”. ປັດຈຸບັນ APT ໄດ້ມີການຊື້ຂາຍກັນຢູ່ທີ່ 5.33 ໂດລາ ໂດຍເພີ່ມຂຶ້ນ 3.93% ໃນ 24 ຊົ່ວໂມງທີ່ຜ່ານມາ ອີງຕາມຂໍ້ມູນຈາກ coinmarketcap.

ທີ່ມາ:

web3builders

binance

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/