ໂຄງ​ການຜະລິດແຜງໄຟຟ້າແສງອາທິດ 5GW ແຫ່ງທຳອິດໃນ ສ​ປ​ປ ລາວ ຈະປະກອບສ່ວນເຂົ້າໃນການຜະລິດອຸດສາຫະກຳຫຼາຍກວ່າ 2,4 ຕື້ໂດລາ


ບໍລິສັດ ຈົ່ງຫຼຸ້ນໂຊລາ ເຕັກ​ໂນ​ໂລ​ຊີ (ລາວ) ​ຈຳ​ກັດ​ຜູ້ດ​ຽວໄດ້ຈັດພິທີເປີດໂຮງງານຜະລິດຈຸລັງໄຟຟ້າແສງອາທິດ ແຜງໂຊລາເຊວ ປະສິດທິພາບສູງ 5GW ຢ່າງເປັນທາງການຂອງໃນວັນທີ 24 ກັນຍາ ນີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການໃຫ້​ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

ໃນພິທີ, ທ່ານ ຫຼົງ ຕ້າສຽງ ປະທານບໍລິສັດ ຈົ່ງຫຼຸ້ນ ໂຊລາ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ ໄດ້ກ່າວວ່າ: ຖານການຜະລິດຂອງບໍລິສັດ ຈົ່ງຫຼຸ້ນໂຊລາ ໃນ ສປປ ລາວ ມີແຜນຈະສ້າງແຜ່ນແບັດເຕີຣີ 9GW ແລະ ອຸປະກອນປະກອບແຜງໂຊລາເຊວ 3GW ທີ່ມີປະສິດທິພາບສູງ, ດ້ວຍເນື້ອທີ່ກໍ່ສ້າງທັງໝົດປະມານ 32 ເຮັກຕາ ເຊິ່ງເປັນສູນກາງການຜະລິດອຸປະກອນໂຊລາເຊວ ທີ່ໃຫຍ່ທີ່ສຸດໃນໂລກ ຮອງຈາກປະເທດຈີນ, ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການໂຊລາເຊວ 5GW ໄລຍະທຳອິດ ໃນ ສ​ປ​ປ ລາວ ໃນເປັນຂີດໝາຍສຳຄັນ ທີ່ບໍລິສັດຈົ່ງຫຼຸ້ນໂຊລາ ເລັ່ງການຂະຫຍາຍຕະຫຼາດອອກໄປຕ່າງປະເທດ; ທັງ​ເປັນ​ໝາກ​ຜົນ​ຂອງ “ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ-ວິ​ສາ​ຫະ​ກິດ ແລະ​ ການ​ຮ່ວມ​ມື​ວິ​ສາ​ຫະ​ກິດ-ວິ​ສາ​ຫະ​ກິດ” ລະ​ຫວ່າງ​ຈີນ-ລາວ.

ໃນ​ການ​ວາງ​ແຜນ ​ແລະ ​ການ​ກໍ່​ສ້າງ​ໂຄງ​ການ​, ບໍລິສັດ​ໄດ້​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ “ການ​ຜະ​ລິດທີ່ມີຄວາມລະອຽດ ​ແລະ​ ມີຄວາມທັນສະໄໝ​”, ດ້ວຍການນຳໃຊ້ອຸປະກອນ-ເຄື່ອງມື 11 ລາງ​ຄູ່ ທີ່ທັນສະໄໝທີ່ສຸດໃນຂະແໜງການອຸດສາຫະກຳນີ້, ພາຍໃນໂຮງງານໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ-ເຄື່ອງມືອັດ​ຕະ​ໂນ​ມັດຫຼາຍກວ່າ​ 90%. ດ້ວຍການຂະຫຍາຍກໍາລັງການຜະລິດເທື່ອລະກ້າວ,ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວເຖິງ 1.200 ຕໍາແໜ່ງງານ ແລະ ປະກອບສ່ວນເຂົ້າໃນການຜະລິດອຸດສາຫະກຳຫຼາຍກວ່າ 2,4 ຕື້ໂດລາ, ກາຍເປັນເສົາຄ້ຳທີ່ສຳຄັນໃນການຊຸກຍູ້ການເຕີບໂຕການນຳເຂົ້າ ແລະ ສົ່ງອອກ ຂອງ ສ​ປ​ປ ລາວ ຢ່າງມີປະສິດທິຜົນ. ຈົ່ງຫຼຸ້ນໂຊລາ ລາວ ຈະສືບຕໍ່ເຈາະເລິກຄວາມຕ້ອງການຂອງຕະຫຼາດ, ນຳເອົານະວັດຕະກໍາເຕັກໂນໂລຊີ ເປັນເຄື່ອງຈັກທີ່ທັນສະໄໝ ແລະ ຄຸນະພາບຂອງຜະລິດຕະພັນເປັນພື້ນຖານໃນການຜະລິດແຜງໂຊລາເຊວ ແລະ ອຸປະກອນປະກອບແຜງໂຊລາເຊວ ໃຫ້ກາຍເປັນໜຶ່ງໃນສິນຄ້າສົ່ງອອກຂອງ ສປປ ລາວ ທີ່ມີເຕັກໂນໂລຊີຂັ້ນສູງ, ສ້າງມູນຄ່າເພີ່ມ ແລະ ມີຄວາມສາມາດໃນການແຂ່ງຂັນໃນຕະຫຼາດ​ຕ່າງ​ປະ​ເທດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ.

ບໍລິສັດ ຈົ່ງຫຼຸ້ນໂຊລາ ເປັນວິສາຫະກິດການຜະລິດພະລັງງານສີຂຽວທີ່ທັນສະໄໝ, ມີຄວາມຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ, ຜະລິດ ແລະ ການຂາຍແຜງໂຊລາເຊວທີ່ມີປະສິດທິພາບສູງ ແລະ ຍັງມີຄວາມຊ່ຽວຊານໃນຜະລິດອຸປະກອນປະກອບແຜງໂຊລາເຊວ ແລະ ການດໍາເນີນກິດຈະການດ້ານສະຖານີໄຟຟ້າ. ໃນ 6 ເດືອນ ຕົ້ນປີ 2023, ບໍລິສັດ ໄດ້ຜະລິດ-ສົ່ງອອກແຜງໂຊລາເຊວ ຈັດຢູ່ອັນ​ດັບ​ສາມ​ຂອງໂລກ, ອີງຕາມແຜນການຂະຫຍາຍການຜະລິດຂອງບໍລິສັດ ໃນປັດຈຸບັນ ແລະ ຄວາມຄືບໜ້າຂອງການກໍ່ສ້າງ, ໃນທ້າຍປີນີ້ ບໍລິດສັດຈະບັນລຸຂະໜາດການຜະລິດແຜ່ນແບັດເຕີຣີໂຊລາເຊວຫຼາຍກວ່າ 50 GW ແລະ ອຸປະກອນປະກອບແຜງໂຊລາເຊວ 5.7GW, ເຊິ່ງອະນາຄົດຈະກາຍເປັນບໍລິສັດຊັ້ນນຳຂອງໂລກໃນຂະແໜງການອຸດສາຫະກຳປະເພດນີ້.

https://www.facebook.com/PasaxonNewspaper/posts/pfbid0qvcZwXF1g3ZUHMsSDUupZ2fdSU4TZND7ECcLLgQZU7zWvCXSWcE6RwLGJTC1aTxLl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/