NFT ກຳລັງປະເຊີນກັບໄລຍະຂາລົງ ຫຼື ນີ້ຄືຈຸດຈົບ ຫຼັງຈາກຜົນການສຶກສາໃໝ່ພົບວ່າຫຼາຍກວ່າ 95% ຂອງ NFTs ໃນຕະຫຼາດມີມູນຄ່າເປັນສູນ


ອີງຕາມລາຍງາຍຫຼ້າສຸດຂອງ dappGambl ແພລັດຟອມ crypto ໄດ້ເປີດເຜີຍໃນການສຶກສາໃໝ່ “Dead NFTs: The Evolving Landscape of the NFT Market ຫຼື ພາບລວມການພັດທະນາຂອງຕະຫຼາດ NFT” ວ່າ ຫຼາຍກວ່າ 95% ຂອງ NFT ໃນປັດຈຸບັນໄດ້ກາຍເປັນພຽງໄຟລ໌ດິຈິຕອນທີ່ບໍ່ເຫຼືອມູນຄ່າໄປແລ້ວ ຈາກທີ່ບາງຄໍເລັກຊັນເຄີຍມີມູນຄ່າທີ່ສູງ ແລະ ເປັນທີ່ນິຍົມກັບກາຍເປັນໄຟລ໌ດິຈິຕອນທີ່ໄຮ້ຄ່າ.

ໂດຍໃນການສຶກສາໃໝ່ຂອງ dappGamb ໄດ້ລະບຸວ່າ 69,795 NFTs ຈາກ 73,257 NFTs ມີມູນຄ່າໃນຕະຫຼາດ (Market Capitalization) ເທົ່າກັບ 0 Ethereum ຫຼື ເວົ້າໄດ້ວ່າ 95% ຂອງນັກສະສົມ NFTs ເຊິ່ງໄດ້ມີການຊື້ຂາຍກັນໃນຕະຫຼາດນັ້ນປະມານ 23 ລ້ານຄົນກຳລັງຖືສິດຄອບຄອງໄຟລ໌ຮູບພາບດິຈິຕອນ JPEG ທີ່ບໍ່ມີມູນຄ່າຫຍັງເລີຍ

ຈາກສຶກສາໃໝ່ຂອງ dappGamb ໄດ້ກ່າວຍໍ້າວ່າ “ຜົນງານດິຈິຕອນຄື NFT ທີ່ເຄີຍສ້າງລາຍໄດ້ຫຼາຍຮ້ອຍລ້ານກັບກາຍເປັນພຽງໄຟລ໌ດິຈິຕອນທີ່ໄຮ້ຄ່າໃນຊົ່ວຂ້າມຄືນ, ສິ່ງນີ້ຖືເປັນອີກໜຶ່ງເຫດການທີ່ຈະເຕືອນໃຈໃຫ້ກັບນັກລົງທຶນຫຼາຍໆຄົນໃຫ້ມີຄວາມລະມັດລະວັງຂຶ້ນຕື່ມໃນການລົງທຶນ”

ນອກຈາກນັ້ນ ໃນຜົນການສຶກສາຍັງຊີ້ໃຫ້ເຫັນວ່າ ໃນປັດຈຸບັນ, ຫຼາຍກວ່າ 79% ຂອງຄໍເລັກຊັນ NFTs ທັງໝົດຍັງຄົງຂາຍບໍ່ອອກ. ຄວາມຕ້ອງການໃນການຂາຍແມ່ນມີຫຼາຍກວ່າຄວາມຕ້ອງການຊື້. ດັ່ງນັ້ນ, ຕະຫຼາດ NFTs ຈຶ່ງໄດ້ກ້າວເຂົ້າສູ່ສະພາບຝືດເຄືອງໂດຍບໍ່ສາມາດປະຕິເສດໄດ້ ແລະ ໃນບັນດາຄໍເລັກຊັນ NFTs ກວ່າ 8,850 ລາຍການທີ່ມີລາຄາສູງ ກັບພົບວ່າມີ 18% ຂອງ NFTs ເຫຼົ່ານີ້ແມ່ນມີມູນຄ່າເທົ່າກັບ 0 ETH ແລະ ຫຼາຍກວ່າ 41% ແມ່ນມີລາຄາເຫຼືອພຽງແຕ່ 5-100 ໂດລາເທົ່ານັ້ນ.

Nassim Nicholas Taleb ນັກຂຽນປຶ້ມທີ່ຂາຍດີເລື່ອງ “Black Swan” ໄດ້ໂພສໃນແພລັດຟອມ X ວ່າ NFT ນັ້ນບໍ່ມີຄ່າ ແລະ ບໍ່ເໝາະສົມທີ່ຈະເຂົ້າໄປລົງທຶນໂດຍໃຫ້ເຫດຜົນວ່າ NFTs ທີ່ເກີດຈາກການທີ່ຕົວສິນຊັບຂອງມັນເອງນັ້ນບໍ່ມີຄຸນຄ່າທີ່ແທ້ຈິງ ແລະ ມີການເກັງກຳໄລຂ້ອນຂ້າງຫຼາຍ

ເຖິງແມ່ນວ່າຕະຫຼາດ NFTs ຈະກໍາລັງປະເຊີນກັບວິກິດການທີ່ຮ້າຍແຮງທີ່ສຸດ, ແຕ່ທັງນີ້ກໍບໍ່ແມ່ນວ່າຕະຫຼາດ NFTs ຈະບໍ່ມີທາງກັບຄືນມາຢືນໃນຈຸດທີ່ຮຸ່ງເຮືອງໄດ້ ເຊິ່ງພວກເຮົາກໍຕ້ອງຕິດຕາມຕໍ່ໄປວ່າ NFTs ເຫຼົ່ານີ້ຈະພິສູດຕົນເອງແນວໃດໃນຕະຫຼາດເພື່ອໃຫ້ກັບມາມີມູນຄ່າດັ່ງເດີມ.

ທີ່ມາ:

futurism

siamblockchain

thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/