Google ຖືກຟ້ອງກໍລະນີບໍ່ອັບເດດ Maps ຈົນຊາຍຊາວອາເມຣິກາຂັບລົດຕົກຂົວເສຍຊີວິດ


Google ບໍລິສັດເຕັກໂນໂລຊີຍັກໃຫຍ່ ກຳລັງຖືກຟ້ອງຮ້ອງດຳເນີນຄະດີຂໍ້ຫາປະໝາດ ຈົນເຮັດໃຫ້ຊາຍຄົນໜຶ່ງໄດ້ຂັບລົດຕາມຄຳແນະນຳຂອງ Google Maps ຈົນຕົກຂົວທີ່ຫັກຕັ້ງແຕ່ 10 ປີກ່ອນ ຈົນເຮັດໃຫ້ລົດດິ່ງສູ່ລຳທານຈົນເສຍຊີວິດໃນທີ່ສຸດ.

ຄຳຟ້ອງຮ້ອງຈາກຄອບຄົວຜູ້ເສຍຫາຍໄດ້ຍື່ນຕໍ່ສານສູງສຸດເວກເຄົາຕີ້ເມື່ອວັນອັງຄານ ວັນທີ 19 ກັນຍາ 2023 ໄດ້ລະບຸວ່າ Philip Paxson ພະນັກງານຂາຍອຸປະກອນການແພດ ອາຍຸ 47 ປີ ໄດ້ຈົມນ້ຳເສຍຊີວິດເມື່ອວັນທີ 30 ກັນຍາ 2022 ຫຼັງຈາກທີ່ລົດກະບະທີ່ຂັບຂີ່ ດິ່ງລົງສູ່ລຳທານ ລະຫວ່າງທາງເມືອເຮືອນຫຼັງຈາກກັບຈາກງານລ້ຽງ.

ໂດຍໃນເອກກະສານຟ້ອງຮ້ອງໄດ້ລະບຸວ່າ ຕະຫຼອດຫຼາຍປີທີ່ຜ່ານມາ ມີຫຼາຍຄົນພະຍາຍາມແຈ້ງໃຫ້ Google Maps ໄດ້ຮູ້ກ່ຽວກັບຂົວທີ່ເສຍຫາຍແຫ່ງນີ້ ແລະ ຮຽກຮ້ອງໃຫ້ບໍລິສັດອັບເດດຂໍ້ມູນເສັ້ນທາງ. ນອກຈາກນີ້ ຄຳຮ້ອງຍັງລວມບັນທຶກຕອບໂຕ້ອີເມວຈາກຊາວເມືອງທີ່ເຄີຍໃຊ້ຄຳແນະນຳໃນ  Google Maps ໃນເດືອນກັນຍາ 2022 ທີ່ຜ່ານມາ ວ່າຂົວແຫ່ງນີ້ໄດ້ຮັບຄວາມເສຍຫາຍ ແຕ່ກໍຍັງບໍ່ມີການອັບເດດ.

ທັງນີ້ ທະນາຍຄວາມຂອງໂຈດກໍໄດ້ອອກມາເປີດເຜີຍຂໍ້ມູນລວມໄປຮອດການມີເອກະສານຢືນຢັນເປັນຫຼັກຖານວ່າ ໄດ້ມີປະຊາຊົນຍື່ນຄຳຮ້ອງໄປໃຫ້ທາງ Google ໄດ້ຮັບຮູ້ເປັນທີ່ຮຽບຮ້ອຍ ກ່ຽວກັບຂົວທີ່ຫັກໄປດົນແລ້ວ ແຕ່ກັບບໍ່ມີການຕອບຮັບໃດໆຈາກທາງ Google ຈົນໄປສູ່ເຫດສະຫຼົດທີ່ເກີດຂຶ້ນ.

ດ້ານໂຄສົກຂອງທາງບໍລິສັດ Google ຍັງບໍ່ໄດ້ອອກມາສະະແດງຄວາມເຫັນກ່ຽວກັບເລື່ອງນີ້ ຢ່າງໃດກໍຕາມໃນການຖະແຫຼງການທີ່ສົ່ງໃຫ້  Guardian ໂຄສົກຄົນໜຶ່ງຂອງ Google ໄດ້ກ່າວວ່າ “ພວກເຮົາເສຍໃຈເປັນຢ່າງຍິ່ງຕໍ່ຄອບຄົວຜູ້ເສຍຊີວິດ ເປົ້າໝາຍຂອງພວກເຮົາຄືການໃຫ້ຂໍ້ມູນເສັ້ນທາງຢ່າງຖືກຕ້ອງ ແລະ ພວກເຮົາກຳລັງກວດສອບຄະດີຟ້ອງຮ້ອງໃນຄັ້ງນີ້”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/