ໄທ-ລາວ ຮ່ວມມືກັນດຶງເອົານັກທ່ອງທ່ຽວເຂົ້າປະເທດ ເພື່ອກະຕຸ້ນການຄ້າການລົງທຶນ


ໄທ ແລະ ສປປ ລາວ ຮ່ວມຫາລືກັບມາດຕະການໃນການດຶງເອົານັກທ່ອງທ່ຽວ ຜ່ານການເຊື່ອມຕໍ່ເສັ້ນທາງການທ່ອງທ່ຽວ ແລະ ເລັ່ງກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 2 ໃນເມືອງ ປາກຊົມ ແຂວງເລີຍ ປະເທດໄທ.

ຜູ້ວ່າການແຂວງເລີຍ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ພ້ອມດ້ວຍເຈົ້າແຂວງ ແຂວງວຽງຈັນ ໄດ້ປຶກສາຫາລືກັນດ້ານຄວາມໝັ້ນຄົງຊາຍແດນໄທ-ລາວ ລະຫວ່າງເລີຍ ແລະ ວຽງຈັນຄັ້ງທີ 20 ໂດຍຫາລືກັນພາຍໃນຫົວຂໍ້: ການສົ່ງເສີມການທ່ອງທ່ຽວ ການແລກປ່ຽນວັດທະນະທຳ ແລະ ຄວາມຮ່ວມມືທາງເສດຖະກິດ, ສັງຄົມ ແລະ ຄວາມໝັ້ນຄົງ.

ຫຼັງຈາກລັດຖະບານໄທ ຕັດສິນໃຈອະນຸມັດນະໂຍບາຍຟຣີວີຊ່າໃຫ້ແກ່ນັກທ່ອງທ່ຽວຈີນ ສປປ ລາວ ຈຶ່ງວາງແຜນຈະຍົກລະດັບຊາຍແດນຂອງເມືອງໝື່ນ ໃນນະຄອນຫຼວງວຽງຈັນ ເພື່ອຮອງຮັບຈຳນວນນັກທ່ອງທ່ຽວຈີນທີ່ຈະເພີ່ມຂຶ້ນເລື້ອຍໆ ແລະ ອາດຈະໄຫຼເຂົ້າມາຈາກນະໂຍບາຍດັ່ງກ່າວຂອງໄທ.

ເມືອງໝື່ນ ແຂວງວຽງຈັນ ແມ່ນຢູ່ບໍ່ໄກຈາກເມືອງ ປາກຊົມ ປະເທດໄທ ເຊິ່ງອາດກາຍເປັນປະຕູເຊື່ອມສະຖານທີ່ທ່ອງທ່ຽວຊື່ດັງຕ່າງໆ ທັງໃນແຂວງເລຍ ແລະ ໃນນະຄອນຫຼວງວຽງຈັນ ໄປຈົນຮອດວັງວຽງ-ເມືອງເຟືອງ ໃນ ສປປ ລາວ.

ພ້ອມກັນນີ້ ຍັງໄດ້ກ່າວອີກວ່າ ສປປ ລາວ ມີພຽງຈຸດຜ່ານແດນຊົ່ວຄາວບໍລິເວນຊາຍແດນດັ່ງກ່າວ ທາງລັດຖະບານໄທກໍຈະຂໍຄວາມຮ່ວມມືຈາກ ສປປ ລາວ ໃຫ້ຍົກລະດັບຈຸດຜ່ານແດນນີ້ໃຫ້ເປັນຈຸດຜ່ານແດນພາຍໃນທ້າຍປີ 2023.

ແຂວງເລີຍ ຍັງວາງແຜນກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 2 ໃນເມືອງປາກຊົມ ເຊິ່ງຈະຊ່ວຍກະຕຸ້ນການທ່ອງທ່ຽວ ການຄ້າ ການລົງທຶນ ແລະ ໂລຈິສຕິກ ໃນຂະນະທີ່ຂົວໄທ-ລາວ ແຫ່ງທີ 1 ໃນແຂວງເລີຍ ມີການເຊື່ອມລະຫວ່າງເມືອງທ່າລີ່-ເມືອງແກ່ນທ້າວ ສປປ ລາວ.

ຂໍ້ມູນຈາກ:

AEC Connect

Bangkok Post

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/