YG ຍັງບໍ່ຢືນຢັນເລື່ອງສັນຍາຂອງ BLACKPINK ຫຼັງສື່ລາຍງານວ່າມີ 2 ສະມາຊິກຈະຮ່ວມກໍ່ຕັ້ງບໍລິສັດ


ຂ່າວລືກ່ຽວກັບສະມາຊິກວົງ BLACKPINK ຍັງຄົງມີການລາຍງານອອກມາຢູ່ຕະຫຼອດຢ່າງຕໍ່ເນື່ອງ ໃນຕອນນີ້ຄົງຈະໜີບໍ່ພົ້ນກັບເລື່ອງສັນຍາຂອງທັງ 4 ສາວ ລວມໄປຮອດທິດທາງໃນການເຮັດກິດຈະກຳວົງ ແຕ່ກໍຍັງບໍ່ໄດ້ຮັບການຢືນຢັນຈາກຕົ້ນສັງກັດຢ່າງ YG Entertainment.

ວັນທີ 25 ກັນຍາ 2023 ສື່ເກົາຫຼີໃຕ້ໄດ້ລາຍງານຂ່າວກ່ຽວກັບສະມາຊິກວົງ BLACKPINK ສະມາຊິກທັງສອງຄົນຢ່າງ Jennie ແລະ Jisoo ຈະກໍ່ຕັ້ງບໍລິສັດເພື່ອເບິ່ງແຍງກິດຈະກຳຕົນເອງຂຶ້ນມາ ແລະ ຍັງໄດ້ເປີດເຜີຍວ່າ ເນື່ອງຈາກຕອນນີ້ຍັງຢູ່ໃນໄລຍະຫາລືກ່ຽວກັບກິດຈະກຳວົງທີ່ກຳລັງດຳເນີນຢູ່ພາຍໃຕ້ສັງກັດ YG Entertainment.

ແຕ່ຢ່າງໃດກໍຕາມ ທາງຄ້າຍ YG Entertainment ຍັງບໍ່ໄດ້ອອກມາຢືນຢັນເລື່ອງການກໍ່ຕັ້ງບໍລິສັດຂອງທັງ 2 ສະມາຊິກ ແລະ ເລື່ອງການຕໍ່ສັນຍາ ພ້ອມກັບກິດຈະກຳໃນອະນາຄົດຂອງວົງ BLACKPINK ເອງຈະດຳເນີນຕໍ່ໄປຢ່າງໃດກໍຍັງບໍ່ໄດ້ຮັບການຢືນຢັນຈາກທາງຄ້າຍເຊັ່ນດຽວກັນ.

ທັງນີ້ທັງນັ້ນ ເຊື່ອວ່າຫຼາຍໆຄົນກໍຕ່າງພາກັນຈັບຕາເບິ່ງໃນເທື່ອນີ້ວ່າ ສະມາຊິກທັງ 4 ສາວວົງ BLACKPINK ຈະຕັດສິນໃຈແບບໃດຈະໄປຕໍ່ ຫຼື ພໍພຽງເທົ່ານີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/