ຊາວໂບລິເວຍປ່ຽນສິ່ງເສດເຫຼືອຈາກປ່າໄມ້ໃຫ້ກາຍເປັນຖ່ານຊີວະພາບສຳລັບຊາວກະສິກອນພື້ນເມືອງ


ນັກຄົ້ນຄວ້າຊາວໂບລິເວຍ ໄດ້ນຳເອົາສິ່ງເສດເຫຼືອຈາກປ່າໄມ້ທີ່ຖືກເຜົາມາປ່ຽນເປັນຖ່ານຊີວະພາບທີ່ສາມາດນຳມາໃຊ້ໃຫ້ເກີດປະໂຫຍດຫຼາຍຢ່າງ ແລະ ຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດອີກດ້ວຍ.

ເມື່ອເສດໄມ້ຕ່າງໆສະຫຼາຍຕົວຕາມທຳມະຊາດ ພວກມັນຈະປ່ອຍອາຍພິດເຮືອນແກ້ວທີ່ມີຄາບອນໄດອອກໄຊ ແລະ ມີເທນ, ແຕ່ຈາກການນຳເອົາເສດໄມ້ເຫຼົ່ານັ້ນມາປ່ຽນໃຫ້ກາຍເປັນຖ່ານຊີວະພາບໃນສະພາບແວດລ້ອມທີ່ມີອັອກຊີເຈນຕໍ່າ ເຮັດໃຫ້ສາມາດກັກເກັບຄາບອນໄດ້ເປັນເວລາຫຼາຍຮ້ອຍປີ ແລະ ຍາກຕໍ່ການສະຫຼາຍຕົວ.

José Fernando Grajeda Cruz ຫົວໜ້າຝ່າຍຄົ້ນຄວ້າ ແລະ ການພັດທະນາຂອງ Exomad Green ກ່າວວ່າ “ສໍາລັບໂບລິເວຍ ສິ່ງທີ່ສໍາຄັນທີ່ສຸດແມ່ນການປັບປຸງຜົນຜະລິດຂອງພືດຜົນ, ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນການຕັດໄມ້ທຳລາຍປ່າໄດ້ ເພາະວ່າຊາວບ້ານຈະບໍ່ຈຳເປັນຕ້ອງຖາງປ່າຫຼາຍຂຶ້ນເພື່ອທົດແທນຜົນຜະລິດທີ່ຫຼຸດລົງເນື່ອງຈາກການເສື່ອມໂຊມຂອງດິນ”

ຖ່ານຊີວະພາບຍັງໄດ້ຮັບການຍອມຮັບສໍາລັບຄວາມສາມາດໃນການເກັບຮັກສານໍ້າ ແລະ ສານອາຫານໃນດິນໄດ້ເປັນເວລາດົນນານ, ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ການ​ກະ​ສິ​ກຳ ໂດຍການຫຼຸດຜ່ອນການຮົ່ວໄຫຼຂອງທາດອາຫານຈາກບໍລິເວນຮາກຂອງພືດ, ຊ່ວຍເພີ່ມຜົນຜະລິດຂອງພືດ ແລະ ຫຼຸດຜ່ອນຄວາມຕ້ອງການສໍາລັບປຸ໋ຍ

Grajeda ກ່າວວ່າ ການໃຊ້ໂຮງງານໃນເມືອງ Concepción ໃນໂບລິເວຍ ເພື່ອຣີໄຊເຄີນເສດໄມ້ທີ່ຖືກເຜົາເຫຼົ່ານີ້ ຈະຊ່ວຍປ້ອງກັນການປ່ອຍອາຍພິດຄາບອນໄດອອກໄຊໄດ້ເຖິງ 60,000 ໂຕນໃນປີ 2023, ໃນຂະນະດຽວກັນກໍຍັງຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບ ແລະ ອັນຕະລາຍຈາກໄຟໄໝ້ປ່າອີກດ້ວຍ.

ທີ່ມາ:

forbes

ifas

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/