ລາຄາຂອງ Bitcoin, Ethereum ແລະ altcoins ກັບມາຟື້ນຕົວຄືນອີກຄັ້ງ ຫຼັງຈາກທີ່ບັນດານັກລົງທຶນເຊົາວິຕົກກັງວົນກັບຂ່າວ FTX


ໃນເຊົ້າຂອງວັນພຸດ, ລາຄາຂອງ Bitcoin ກໍໄດ້ຟື້ນຕົວຂຶ້ນ ແລະ ໄດ້ຊົງຕົວຢູ່ໃກ້ກັບລະດັບ 26,000 ໂດລາ ຫຼັງຈາກທີ່ລາຄາຫຼຸດລົງຢ່າງຮຸນແຮງຕໍ່າກວ່າ 25,000 ໂດລາ. ໃນຂະນະດຽວກັນລາຄາຂອງ Ethereum ກໍໄດ້ມີການຟື້ນຕົວຂຶ້ນເກືອບຮອດລະດັບ 1,600 ໂດລາ ພ້ອມດ້ວຍຫຼຽນ altcoin 10 ອັນດັບທຳອິດກໍໄດ້ມີການຟື້ນຕົວຕາມມາແບບຕິດໆໃນ 24 ຊົ່ວໂມງທີ່ຜ່ານມາ ໂດຍສະເພາະແມ່ນ Toncoin (TON) ນັ້ນຖືວ່າເປັນຫຼຽນທີ່ມີການຟື້ນຕົວທີ່ໂດດເດັ່ນໃນມື້ນີ້ ເຊິ່ງມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ຫຼາຍ​ກ​​ວ່າ 12​%.

ອີງຕາມຂໍ້ມູນຂອງ CoinMarketcap, ກ່ອນໜ້ານີ້ສະກຸນເງິນດິຈິຕອນທີ່ໃຫຍ່ທີ່ສຸດໃນໂລກຄື Bitcoin ໄດ້ມີການປັບຖານລົງສູ່ລະດັບຕໍ່າສຸດໃນຮອບ 3 ເດືອນທີ່ 24,930 ໂດລາ ແຕ່ເມື່ອບັນດານັກລົງທຶນໄດ້ຄາຍຄວາມກັງວົນກ່ຽວກັບຂ່າວຂອງ FTX ລາຄາຂອງ Bitcoin ກໍມີການໄດ້ຟື້ນຕົວຂຶ້ນເຮັດລະດັບສູງສຸດທີ່ 26,406 ໂດລາໃນເຊົ້າຂອງມື້ນີ້ ກ່ອນທີ່ຈະຫຼຸດລົງພຽງເລັກນ້ອຍ. ລາຄາ Bitcoin ໄດ້ມີຂຶ້ນ 3.02% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ມີລາຄາການຊື້ຂາຍກັນຢູ່ທີ່ 25,903 ໂດລາ.

ສ່ວນ Ethereum ນັ້ນກໍໄດ້ມີລາຄາເພີ່ມຂຶ້ນ 3.10% ຢູ່ທີ່ 1,595 ໂດລາ. ຢ່າງໃດກໍຕາມ, ລາຄາດັ່ງກ່າວຍັງຖືວ່າຫຼຸດລົງ 2.28% ໃນໄລຍະ 7 ມື້ທີ່ຜ່ານມາ, ໂດຍ ETH ນັ້ນສາມາດເຮັດລະດັບສູງສຸດໃນ 24 ຊົ່ວໂມງທີ່ 1,619 ໂດລາໃນວັນອັງຄານທີ່ຜ່ານມາ.

K33 ບໍລິສັດຄົ້ນຄ້ວາ Crypto ໄດ້ມີການລາຍງານໃນວັນອັງຄານທີ່ຜ່ານມາໂດຍໄດ້ລະບຸວ່າ: ຄວາມເຊື່ອໝັ້ນຂອງຕະຫຼາດ Crypto ໃນປັດຈຸບັນໄດ້ສະທ້ອນໃຫ້ເຫັນເຖິງໄລຍະສຸດທ້າຍຂອງຕະຫຼາດໝີໃນປີ 2015 ແລະ 2019.

ໂດຍຄວາມຮູ້ສຶກກັງວົນນັ້ນມາຈາກແຮງກົດດັນໃນດ້ານການຂາຍທີ່ໄດ້ມີການຄາດການໄວ້ ເຊິ່ງມີສ່ວນກ່ຽວຂ້ອງກັບຍອດສິນຊັບທີ່ເຫຼືອຂອງ FTX ປະກອບມີ: BTC ມູນຄ່າ 560 ລ້ານໂດລາ, ETH ມູນຄ່າ 192 ລ້ານໂດລາ ແລະ SOL ມູນຄ່າ 1.16 ຕື້ໂດລາ.

ນອກຈາກນີ້ ຕະຫຼາດຍັງຄາດວ່າແຮງກົດດັນດ້ານການຂາຍທີ່ເກີດຈາກຜູ້ດູແລຜົນປະໂຫຍດຂອງ Mt. Gox ແລະ Bitcoins Silk Road ຂອງສະຫະລັດ ທີ່ຍັງບໍ່ທັນຮູ້ຊັດເຈນໃນການກຳນົດການຂາຍ ແຕ່ຂ່າວເຫຼົ່ານີ້ລ້ວນເປັນແຮງຊຸກຍູ້ທີ່ສຳຄັນທີ່ຈະເຂົ້າມາເພີ່ມແຮງກົດດັນໃນຕະຫຼາດທີ່ມີຢູ່ແລ້ວຂຶ້ນໄປອີກ.

ໃນອີກດ້ານໜຶ່ງ Greg Moritz, ຜູ້ຮ່ວມກໍ່ຕັ້ງ ແລະ COO ຂອງກອງທຶນ hedge Fund Alt Tab Capital ໄດ້ກ່າວວ່າ: ຜົນກະທົບຈາກການຊໍາລະບັນຊີຂອງ FTX ມີຜົນກະທົບຕໍ່ຕະຫຼາດ Crypto ຂ້ອນຂ້າງໜ້ອຍ ແຕ່ຈະກິນເວລາຫຼາຍເດືອນ. ແຕ່ໃນຕອນນີ້ແຮງກົດດັນຈາກຜົນກະທົບດັ່ງກ່າວໄດ້ຫຼຸດລົງຫຼາຍແລ້ວ.

ທີ່ມາ:

forkast

siamblockchain

forkast2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/