ບໍລິສັດຍອດງື່ມພາວເວີ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ


ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີ​ລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ

ຕາມການໃຫ້ສໍາພາດຂອງ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ນີ້ວ່າ: ເລີ່ມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ.

ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024 ຈະສາມາດສົ່ງອອກຈໍາໜ່າຍພາຍໃນແຂວງຊຽງຂວາງ ຫົວພັນ ໄຊສົມບູນ ແລະ ບັນດາແຂວງ ໃນທົ່ວປະເທດ.

ເພື່ອເຮັດໃຫ້ການບໍລິການທີ່ມີຄວາມສະດວກສະບາຍແກ່ຜູ້ມາໃຊ້ບໍລິການນັ້ນ ທາງບໍລິສັດຍອດງື່ມພາວເວີ ໄດ້ມີແຜນທີ່ຈະພັດທະນາປໍ້າບໍລິການນໍ້າມັນເຊື້ອໄຟລາວ ທີ່ຕັ້ງຢູ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນປໍ້າທີ່ມີການບໍລິການຄົບວົງຈອນ ສະດວກສະບາຍທັນສະໄໝ ມີຮ້ານສັບພະສິນຄ້າ ຮ້ານອາຫານ ແລະ ເປັນປໍ້າທີ່ສວຍງາມທີ່ສຸດໃນ ສປປ ລາວ ເຊິ່ງຈະເລີ່ມເຂົ້າມາບໍລິຫານ ລົງມືກໍ່ສ້າງ ແລະ ປັບປຸງປໍ້ານໍ້າມັນໂພນງາມໃຕ້ເລີ່ມແຕ່ເດືອນຕຸລາ 2023 ເປັນຕົ້ນໄປ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2024.

Vientiane Mai

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ຈຳໜ່າຍພາຍໃນ ສາຂາ ແຂວງຊຽງຂວາງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/