Apple ເປີດຕົວ iPhone 15 ຢ່າງເປັນທາງການ ປ່ຽນມາໃຊ້ຮູສາກແບບ Type-C ລາຄາເລີ່ມຕົ້ນ ເກືອບ 20 ລ້ານ ໄປຈົນຮອດ 40 ກວ່າລ້ານກີບ


ໃນຄ່ຳຄືນທີ່ຜ່ານມາ ບໍລິສັດ Apple ໄດ້ເປີດຕົວ iPhone 15 ຢ່າງເປັນທາງການ ພ້ອມປ່ຽນມາໃຊ້ຮູສາກແບບ Type-C ໂດຍແບ່ງອອເປັນ 4 ​ຮຸ່ນ ປະກອບມີ iPhone 15, iPhone 15 plus, iPhone 15 Pro ແລະ Phone 15 Promax ລາຄາເລີ່ມຕົ້ນ ເກືອບ 20 ລ້ານກີບ ໄປຈົນຮອດ 40 ກວ່າລ້ານກີບ.

ໂດຍການເປີດຕົວຄັ້ງນີ້ ຫຼາຍຄົນທີ່ຈັບຕາເບິ່ງກໍຄົງຈະເປັນການປ່ຽນແປງຄັ້ງສຳຄັນ ນັ້ນກໍຄື ສາຍສາກທີ່ເທື່ອນີ້ Apple ໄດ້ປ່ຽນສາຍສາກມາເປັນແບບ (USB-C) ແທນທີ່ສາຍສາກແບບ (Lightning Port) ທີ່ໃຊ້ມາເປັນມາດົນນານ ນັບຕັ້ງແຕ່ເປີດຕົວ iPhone ຮຸ່ນທຳອິດ ເນື່ອງຈາກໃນປີທີ່ຜ່ານມາ ທາງສະຫະພາບຢູໂຣບໄດ້ກຳນົດໃຫ້ໂທລະສັບມືຖື ທົ່ວໂລກທີ່ຈະເຂົ້າໄປຂາຍໃນສະຫະພາບຢູໂຣບ ຕ້ອງໃຊ້ມາດຕະຖານສາຍສາກແບບດຽວກັນນັ້ນກໍຄືແບບ USB-C.

ເຊິ່ງ iPhone 15 ແລະ iPhone 15 Plus ຮອງຮັບລະບົບ Dynamic Island ເຊັ່ນດຽວກັນກັບ iPhone 14 Pro Max ແລະ ມາພ້ອມສີໃໝ່ທີ່ມີຄວາມສົດໃສຫຼາຍຂຶ້ນກວ່າເກົ່າຢ່າງ ສີບົວ, ສີເຫຼືອງ, ສີຂຽວ, ສີຟ້າ ແລະ ສີດຳ. ພ້ອມມີການປັບປຸງກ້ອງ ເຊິ່ງກ້ອງຫຼັກຢູ່ທີ 48 ລ້ານ Px ແລະ ສາມາດຊູມຂະຫຍາຍໄດ້ 2X ທີ່ຄວາມລະອຽດ 12 ລ້ານ Px. ໃນຂະນະທີ iPhone 15 Pro ແລະ iPhone 15 Pro Max ມາພ້ອມວັດສະດຸໃໝ່ ກໍຄືໄທເທນຽມ  ເຊິ່ງໄດ້ມີການປັບຂອບລົດຄວາມຄົມລົງ ແລະ ມີນໍ້າໜັກເບົາຫຼາຍຂຶ້ນ.

ສ່ວນລາຄາຂາຍນັ້ນອີງຈາກ Apple Thailand ມີດັ່ງນີ້:

-iPhone 15 ຄວາມຈຳ 128 GB ລາຄາ 32.900 ບາດ

-iPhone 15 ຄວາມຈຳ 256 GB ລາຄາ 36.900 ບາດ

-iPhone 15 ຄວາມຈຳ 512 GB ລາຄາ 45.900 ບາດ

– iPhone 15 Plus ຄວາມຈຳ128 GB ລາຄາ 37.900 ບາດ

-iPhone 15 Plus ຄວາມຈຳ 256 GB ລາຄາ 41.900 ບາດ

-iPhone 15 Plus ຄວາມຈຳ 512 GB ລາຄາ 50.900 ບາດ

-iPhone 15 Pro ຄວາມຈຳ 128 GB ລາຄາ 41.900 ບາດ

-iPhone 15 Pro ຄວາມຈຳ 256 GB ລາຄາ 45.900 ບາດ

-iPhone 15 Pro ຄວາມຈຳ 512 GB ລາຄາ 54.900 ບາດ

-iPhone 15 Pro ຄວາມຈຳ 1 TB ລາຄາ 63.900 ບາດ

-iPhone 15 Pro Max 256 GB ລາຄາ 48.900 ບາດ

-iPhone 15 Pro Max 512 GB ລາຄາ 57.900 ບາດ

-iPhone 15 Pro Max 1 TB ລາຄາ 66.900 ບາດ

ໂດຍ ທາງ Apple ຈະເປີດໃຫ້ສັ່ງຊື້ລ່ວງໜ້າ ໃນວັນທີ 15 ກັນຍານີ້ ແລະ ຈະວາງຂາຍຢ່າງເປັນທາງການໃນວັນທີ 22 ກັນຍານີ້.

https://www.apple.com/th/newsroom/2023/09/apple-debuts-iphone-15-and-iphone-15-plus/
https://www.apple.com/th/newsroom/2023/09/apple-unveils-iphone-15-pro-and-iphone-15-pro-max/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/