ລາວ-ຈີນ ຮ່ວມມືກັນເຂົ້າຈັບແກ໊ງ Call Center ພ້ອມສົ່ງຕົວກັບຈີນຫຼາຍກວ່າ 170 ຄົນ


ທາງການປະເທດ ລາວ ໄດ້ຮ່ວມມືກັນກັບທາງການຂອງປະເທດຈີນ ເຂົ້າຈັບແກ໊ງ Call Center ທີ່ເຂົ້າໄປກໍ່ອາຊະຍາກຳໃນພື້ນທີ່ຂອງລາວເຮົາ ໂດຍມີນາຍທຶນໃຫຍ່ທີ່ເປັນຊາວຈີນ ເປັນຜູ້ບົງການ ແລະ ຫຼ້າສຸດໄດ້ມີຄົນທີ່ຖືກຮັບໂທດພ້ອມສົ່ງກັບປະເທດຈີນຫຼາຍກວ່າ 170 ຄົນ.

ສຳນັກຂ່າວ Xinhua ໄດ້ລາຍງານວ່າ ໃນວັນທີ 11 ກັນຍາ 2023 ທີ່ຜ່ານມາ ໄດ້ມີການເຂົ້າຈັບກຸມຜູ້ຕ້ອງສົງໄສຈຳນວນຫຼາຍກວ່າ 170  ຄົນ ທີ່ມີສ່ວນພົວພັນກັບຄະດີການສໍ້ໂກງຜ່ານທາງລະບົບໂທລະຄົມຂ້າມພົມແດນຄັ້ງໃຫຍ່ ໂດຍມີຄະດີຫຼາຍກວ່າ 270 ຄະດີ.

ໂດຍລາຍງານໄດ້ລະບຸວ່າ ເມື່ອເດືອນກໍລະກົດທີ່ຜ່ານມາ ກະຊວງຄວາມໝັ້ນຄົງຂອງປະເທດຈີນສົ່ງຜູ້ຊ່ຽວຊານມາໃນປະເທດລາວ ເພື່ອເຮັດວຽກຮ່ວມກັນກັບລັດຖະບານ ກັບໂຄງການຄວາມຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ເຊິ່ງມີຜູ້ຊ່ຽວຊານໄດ້ມີຮ່ວມມືກັບເຈົ້າໜ້າທີ່ຂອງລາວ ເປີດປະຕິບັດການບຸກປາບປາມເຖິງ 10 ເທື່ອ ແລະ ໄດ້ປິດສະຖານທີ່ກໍ່ອາຊະກຳອີກ 10 ແຫ່ງ ພ້ອມຈັບກຸມຜູ້ຕ້ອງສົງໄສ ເຊິ່ງລວມໄປຮອດແກນນຳກຸ່ມອີກ 9 ຄົນ.

ພ້ອມກັນນັ້ນທາງການຂອງປະເທດຈີນຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມໃນການໃຫ້ຄວາມຮ່ວມມືລະຫວ່າງປະເທດ ແລະ ພູມີພາກທີ່ກ່ຽວຂ້ອງ ເພືື່ອສົ່ງເສີມປະຕິບັດການປາບປາມອາຊະກຳເຫຼົ່ານີ້ຕໍ່ໄປນັ້ນເອງ ໂດຍໃນສ່ວນພື້ນທີ່ໃນປະເທດແມ່ນພົບຢູ່ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພ້ອມຍັງພົບທີ່ແຂວງວຽງຈັນ ແລະ ແຂວງ ສະຫວັນນະເຂດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/