ມາເບິ່ງ “ຍາມເຝົ້າຮ້ານທີ່ຫນ້າຮັກທີ່ສຸດ” ຢູ່ຮ້ານປ່ຽນເພດານໃນປະເທດຍີ່ປຸ່ນ


ກ້ອງວົງຈອນປິດຖືວ່າເປັນເລື່ອງສຳຄັນສຳຫຼັບສະໄໝນີ້ ເພາະວ່າຕ່າງຄົນຕ່າງທີ່ມາເຮົາຮູ້ໜ້າແຕ່ບໍ່ຮູ້ໃຈ ໂດຍສະເພາະແມ່ນບັນດາຮ້ານຄ້ານ້ອຍໃຫຍ່ຕ່າງໆ ທີ່ມີຄົນເຂົ້າອອກຢູ່ຕະຫຼອດ.
ແຕ່ວ່າເຈົ້າຂອງຮ້ານຮັບຕິດຕັ້ງເພດານແຫ່ງໜຶ່ງ ໃນປະເທດຍີ່ປຸ່ນ ເກີດແນວຄວາມຄິດຊວນຍິ້ມ ປ່ຽນເພດານຮ້ານບາງສ່ວນໃຫ້ເປັນແກ້ວໃສ ເພື່ອທີ່ຈະໃຫ້ບັນດາກຸ່ມຍາມຮັກສາຄວາມປອດໄພມາເຝົ້າຮ້ານໃຫ້.

ກຸ່ມຍາມທີ່ກ່າວເຖິງນັ້ນແມ່ນ “ແມວ” ນັ້ນເອງ ເຊິ່ງແຕ່ລະໂຕກໍພາກັນມາເຮັດໜ້າທີ່ຍາມຢ່າງດຸໝັ່ນ ນັ່ງເຝົ້າ, ນອນເຝົ້າ ບໍ່ຫ່າງສາຍຕາເລີຍ. ນອກຈາກເຝົ້າຮ້ານແລ້ວ ຍັງສາມາດເອີ້ນແຂກເຂົ້າຮ້ານໄດ້ອີກດ້ວຍ!

ພາບດັ່ງກ່າວມາຈາກທະວິດເຕີ @SCMCrocodile ເມື່ອວັນພຸດທີ 23 ຕຸລາ 2020 ທີ່ຜ່ານມາ, ຫຼັງຈາກນັ້ນກໍມີຜູ່ເຂົ້າໄປກົດຖືກໃຈຫຼາຍກວ່າ 130,000 ຄັ້ງແລະ ຣີທະວິດອອກໄປຕໍ່ໆກັນຫຼາຍເຖິງ 50,000 ຄັ້ງ ພ້ອມທັງສະແດງຄວາມຄິດເຫັນແບບເອັນດູສຸດໆ ບໍ່ຮູ້ວ່າຍາມນີ້ຈະຮັກສາຄວາມປອດໄພໄດ້ຫລືບໍ່ ຮູ້ແຕ່ວ່າເຮັດໃຫ້ຄົນທີ່ເຫັນຮັກແນ່ນອນ.

ທີ່ມາ: https://hilight.kapook.com/view/207735