ບໍລິສັດໄຟເຊີ້ (Pfizer) ແລະ ໄບອອນເທັກ (BioNTech) ເຊິ່ງເປັນຜູ່ຄິດຄົ້ນວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດທຳອິດ ປະກາດວ່າ “ເປັນວັນສຳຄັນຂອງວົງການວິທະຍາສາດ ແລະ ມວນມະນຸດ”.

ໄດ້ມີການນຳວັກຊີນນີ້ໄປທົດລອງກັບຄົນ 43,500 ຄົນ ໃນ 6 ປະທດໄດ້ແກ່: ອາເມຣິກາ, ເຢຍລະມັນ, ບຣາຊິວ,ອາເຈນຕິນາ, ອາຟຣິກາໃຕ້ ແລະ ຕຸລະກີ ບໍ່ພົບວ່າມີບັນຫາໃນເລື່ອງຄວາມປອດໄພກັບຜູ່ເຂົ້າຮ່ວມການທົດລອງ.
ບໍລິສັດທັງສອງແຫ່ງວາງແຜນຈະຍື່ນເລື່ອງຂໍອະນຸມັດເປັນການສຸກເສີນໃຫ້ໃຊ້ວັກຊີນຊະນິດນີ້ພາຍໃນທ້າຍເດືອນພະຈິກ.
ໃນປັດຈຸບັນມີຜູ່ຄິດຄົ້ນວັກຊີນກວ່າ 10 ຊະນິດ ທີ່ກຳລັງຢູ່ໃນຂັ້ນຕອນຂອງການທົດລອງໃນໄລຍະສຸດທ້າຍ ແຕ່ນີ້ແມ່ນວັກຊີນໂຕທຳອິດທີ່ໄດ້ຜົນ.
ບໍລິສັດຜູ່ຜະລິດໃຊ້ວິທີການທົດລອງໃນການຄິດຄົ້ນວັກຊີນນີ້ ທີ່ເຮັດໂດຍການສີດລະຫັດກຳມະພັນຂອງໂຕໄວຣັສ ເຂົ້າໄປຝຶກລະບົບພູມຄຸ້ມກັນຂອງຮ່າງກາຍ.

ຜູ່ທົດລອງຕ້ອງໄດ້ຮັບວັກຊີນ 2 ຄັ້ງ ໂດຍເວັ້ນໄລຍະຫ່າງ 3 ອາທິດ. ບໍລິສັດຜູ່ຜະລິດຢາທັງສອງລາຍບອກວ່າ ຜູ່ເຂົ້າຮ່ວມການທົດລອງມີພູມຄຸ້ມກັນຈາກໄວຣັສຫຼັງຈາກໄດ້ຮັບວັກຊີນຄັ້ງທີສອງໄປໜຶ່ງອາທິດ.
ບໍລິສັດໄຟເຊີ ເຊື່ອວ່າຈະສາມາດຜະລິດວັກຊີນໄດ້ 20 ລ້ານເຂັມ ພາຍໃນສິ້ນປີນີ້ ແລະ ອີກ 1.3 ພັນລ້ານເຂັມ ພາຍໃນປີ 2021.
ຢ່າງໃດກໍຕາມ ຍັງມີຄວາມທ້າທາຍຢູ່ ໃນເລື່ອງຂອງການຂົນສົ່ງວັກຊີນ ທີ່ຈະຕ້ອງເຮັດພາຍໃນອຸນຫະພູມເຢັນຮອດຕໍ່າກວ່າລົບ 80 ອົງສາ.
ນອກຈາກນັ້ນ ຍັງມີຄຳຖາມໃນເລື່ອງອາຍຸຂອງພູມຄຸ້ມກັນວ່າຈະຍາວນານເທົ່າໃດ.