ໂຄວິດ-19 ສາຍພັນໃໝ່ C.1.2


ໂຄວິດ 19 ສາຍພັນໃໝ່ທີ່ມີຊື່ວ່າ C.1.2 ແມ່ນສາຍພັນທີ່ຖືກກວດພົບໃນອາຟຣິກາໃຕ້ ໂດຍວັນຈັນທີ່ຜ່ານມາ ສະຖາບັນສຳລັບເຊື້ອໂຣກທີ່ສາມາດຕິດຕໍ່ກັນໄດ້ຂອງອາຟຣິກາໃຕ້ (National Institute for Communicable Diseases in South Africa) ໄດ້ອອກຄຳເຕືອນກ່ຽວກັບ “ສາຍພັນ C.1.2” ເຊິ່ງແມ່ນໄດ້ກວດພົບເຊື້ອສາຍພັນດັງກ່າວຢູ່ພາຍໃນແຂວງຕ່າງໆເປັນທີ່ຮຽບຮ້ອຍ ແຕ່ກໍເປັນຈຳນວນທີ່ຕ່ຳຫຼາຍ.

C.1.2 ໄດ້ຖືກກວດພົບຄັ້ງທຳອິດໃນເດືອນພຶດສະພາ ແຕ່ໃນຂະນະນັ້ນ ສາຍພັນເດລຕ້າຍັງເປັນສາຍພັນຫຼັກທີ່ກະຈາຍທົ່ວປະເທດອາຟຣິກາໃຕ້ ແລະທົ່ວໂລກ.

ເຖິງວ່າອັດຕາການຕິດເຊື້ອຈະຍັງໜ້ອຍ ແຕ່ກໍສ້າງຄວາມເປັນກັງວົນຕໍ່ກຸ່ມນັກວິທະຍາສາດຫຼາຍ ເນື່ອງຈາກວ່າສາຍພັນດັ່ງກ່າວນັ້ນ ມັນມີຄວາມສາມາດໃນການປ່ຽນແປງກຳມະພັນຂອງຈີໂນມ (Genome) ຕົນເອງທີ່ຄ້າຍຄືກັບການປ່ຽນແປງກຳມະພັນຂອງສາຍພັນເດລຕ້າທີ່ກຳລັງເປັນທີ່ກັງວົນກັນທົ່ວໂລກ.

ເອກະສານລາຍງານທີ່ຍັງບໍ່ໄດ້ຮັບການອະນຸມັດກວດສອບໄດ້ລະບຸວ່າ C.1.2 ໄດ້ຖືກກວດພົບທົ່ວອາຟຣິກາໃຕ້, ພ້ອມດ້ວຍອີກ 7 ປະເທດໃນທະວີບອາຟຣິກາ, ຢູໂຣບ, ເອເຊຍ ແລະ ເຂດໂອເຊອານີ.

ເຖິງຢ່າງໃດກໍຕາມ ທາງສະຖາບັນສຳລັບເຊື້ອໂຣກທີ່ສາມາດຕິດຕໍ່ກັນໄດ້ຂອງອາຟຣິກາໃຕ້ ກໍຍັງຕ້ອງໄດ້ສືບຕໍ່ສັງເກດການເຊື້ອຊະນິດໃໝ່ນີ້ ພ້ອມທັງກວດສອບພຶດຕິກຳ, ຜົນການປ່ຽນແປງພັນທຸກຳ ແລະ ການຕິດເຊື້ອໄປຈົນຮອດລັກສະນະການຕໍ່ຕ້ານວັກຊີນ. ໂດຍທີ່ພວກເຂົາຈະຕ້ອງມີລາຍງານຂໍ້ມູນທັງໝົດ ໃຫ້ກົງກັບຄວາມຕ້ອງການຂອງອົງການອະນາໄມໂລກເພື່ອຈະຢັ້ງຢືນວ່າເປັນ “Variant of Concern” ສາຍພັນທີ່ໜ້າກັງວົນ ຫຼື “Variant of Interest” ສາຍພັນທີ່ໜ້າຈັບຕາເບິ່ງ.

ສາຍພັນໂຄວິດຈະປາກົດອອກມາໃຫ້ເຫັນສະເໝີ ແລະ ສ່ວນຫຼາຍມັນກໍຈະຫາຍໄປກ່ອນທີ່ຈະໄດ້ກາຍເປັນບັນຫາຈິງຈັງ ຍ້ອນວ່າສາຍພັນຂອງໄວຣັສນັ້ນອ່ອນແອຫຼາຍ. ສ່ວນຫຼາຍຈະເປັນຕົວທີ່ລອດຈາກການປ່ຽນແປງ ແລະ ສືບຕໍ່ກຳມະພັນຈົນກະຈາຍໄວຣັສໄປທົ່ວແບບທີ່ພວກເຮົາເຫັນຢູ່ທຸກມື້ນີ້ຈາກສາຍພັນເດລຕ້າ. ແນວໃດກໍຕາມ, ອາດມີຄວາມເປັນໄປໄດ້ ທີ່ໄວຣັສຈະພັດທະນາໄປໄວ. ເພາະສະນັ້ນພວກເຮົາຈະຕ້ອງເພີ່ມລະດັບການລະມັດລະວັງ ແລະ ຮັກສາມາດຕະການໃຫ້ເຄັ່ງຄັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/