ເຈົ້າຍິງ ມາໂກະ ແຕ່ງງານກັບ ໜຸ່ມສາມັນຊົນ! ປະຕິເສດບໍ່ຮັບເງິນລາຊະວົງ 150 ລ້ານເຢນ ແລະ ບໍ່ຮັບການຈັດພິທີຕາມປະເພນີບູຮານ


ເຈົ້າຍິງ ມາໂກະ ແຫ່ງລາຊະວົງຍີ່ປຸ່ນ ກຳລັງກະກຽມແຕ່ງງານກັບໜຸ່ມ ທີ່ເປັນສາມັນຊົນ ຈາກການລາຍງານຂ່າວສຳນັກ NHK ຂອງປະເທດຍີ່ປຸ່ນ ໄດ້ລາຍງານວ່າເຈົ້າຍິງ ມາໂກະ ໄດ້ແຕ່ງງານກັບ ໂຄມຸໂຣະ, ເຊິ່ງຝ່າຍເຈົ້າບ່າວເປັນຄົນທີ່ເຄີຍຮຽນມານຳກັນ ຕັ້ງແຕ່ສະໄໝມະຫາວິທະຍາໄລ, ການແຕ່ງງານໃນຄັ້ງນີ້ ເຈົ້າຍິງໄດ້ປະຕິເສດການຈັດງານແຕ່ງງານຕາມປະເພນີບູຮານຂອງລາຊະວົງ ແລະ ຂໍບໍ່ຮັບເງິນຫຼັງແຕ່ງງານຕາມສິດ 150 ລ້ານເຢນ. ທາງເຈົ້າຍິງ ແລະ ຝ່າຍຊາຍ ຫຼັງຈາກຈົດທະບຽນແລະຈັດພິທີຮຽບຮ້ອຍແລ້ວ ຈະເດີນທາງໄປໃຊ້ຊີວິດທີ່ສະຫະລັດອາເມຣິກາທັນທີ, ເນື່ອງຈາກວ່າຝ່າຍຊາຍໄດ້ປະກອບອາຊີບນັກກົດໝາຍ ທີ່ບໍລິສັດດ້ານກົດໝາຍແຫ່ງໜຶ່ງໃນນະຄອນນິວຢອກ.

ຈາກການລາຍງານຂ່າວໄລຍະທີ່ຜ່ານມາ ທາງຝ່າຍຊາຍເຄີຍກະກຽມເອກະສານເພື່ອເປີດເຜີຍ ອະທິບາຍດ້ານບັນຫາການເງິນທາງຄອບຄົວ, ເຊິ່ງບໍ່ໄດ້ລະບຸໄວ້ວ່າ ບັນຫານັ້ນເປັນໄປໃນລັກສະນະໃດ, ແຕ່ຮູ້ວ່າຝ່າຍຊາຍຕັ້ງຈິດຕັ້ງໃຈ ຄາດຫວັງກັບການຫາເງິນຈາກວຽກງານທີ່ຕົນເອງເຮັດ ເພື່ອຈົບປັນຫາດ້ານການເງິນສ່ວນນັ້ນໄປ ແລະ ບັນຫາດັ່ງກ່າວກໍຈົບລົງໄປດ້ວຍດີ.

ສ່ວນຜູ້ປົກຄອງຂອງເຈົ້າຍິງ (ພໍ່-ແມ່) ກໍເຄົາລົບໃນການຕັດສິນໃຈຂອງເຈົ້າຍິງ (ລູກສາວ) ແລະ ໃນລັດຖະທຳມະນູນຍີ່ປຸ່ນກໍລະບຸໄວ້ຢ່າງຊັດເຈນແລ້ວວ່າ ການແຕ່ງການແມ່ນຂຶ້ນກັບຄວາມຍິນຍອມຂອງຝ່າຍຍິງ ແລະ ຝ່າຍຊາຍ.

ໃນງານພິທີແຕ່ງງານແມ່ນຈະມີການຕັດຂັ້ນຕອນປະເພນີຊັ້ນສູງຂອງລາຊະວົງອອກທັງໝົດ ໂດຍພິທີໝັ້ນໝາຍຕາມແບບສະບັບຂອງລາຊະວົງຍີ່ປຸ່ນກໍຈະຖືຕັດອອກເຊັ່ນກັນ. ຈາກແຫຼ່ງຂ່າວຕາມສື່ຕ່າງໆ ຍັງໄດ້ລະບຸໄວ້ວ່າ ເງິນສົດຈຳນວນ 150 ລ້ານເຢນ, ທີ່ເຈົ້າຍິງ ຄວນຈະໄດ້ຮັບຕາມສິດຫຼັງການແຕ່ງງານໃນຖານະສະມາຊິກລາຊະວົງຍີ່ປຸ່ນນັ້ນ ເຈົ້າຍິງກໍໄດ້ປະຕິເສດບໍ່ຂໍຮັບເງິນຈຳນວນດັ່ງກ່າວ.

ຖືວ່າເປັນສະມາຊິກຂອງລາຊະວົງຍີ່ປຸ່ນອົງທຳອິດ ຫຼັງຍຸກສົງຄາມທີ່ຈັດພິທີແຕ່ງງານ ທີ່ບໍ່ເປັນໄປຕາມຫຼັກບູຮານປະເພນີຂອງລາຊະວົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/