NFT ແມ່ນຫຍັງ?


ຫຼາຍຄົນອາດຄຸ້ນເຄີຍຄຳວ່າ NFT ແຕ່ຫຼາຍໆຄົນກໍຍັງບໍ່ຮູ້ຄວາມໝາຍຂອງມັນ ແລະ ຍັງມີຄຳຖາມວ່າ NFT ແມ່ນຫຍັງ? ມັນຫຍໍ້ມາຈາກໃສ? ມັນມີປະໂຫຍດຍັງແດ່? ມື້ນີ້ເຮົາມາຫາຄຳຕອບກັນ.

NFT ຄືຊັບສິນດິຈິຕອລປະເພດໜຶ່ງທີ່ສະແດງເຖິງຄວາມເປັນເຈົ້າຂອງ ເປັນເທັກໂນໂລຢີໃນ Blockchain ຄ້າຍຄືກັນກັບ Cryptocurrency ຫຼື ສະກຸນເງິນຕ່າງໆໃນດິຈິຕອລ ເຊິ່ງແຕ່ລະຫຼຽນຈະມີມູນຄ່າທີ່ແຕກຕ່າງກັນຕາມຄວາມນິຍົມ. ຍົກຕົວຢ່າງຫຼຽນທີ່ຫຼາຍຄົນຄຸ້ນຫູກັນກໍຄື Bitcoin, ETH, USDT ແລະ ອື່ນໆ.

NFT ຫຍໍ້ມາຈາກ Non–Fungible Token ຕາມຊື່ເລີຍກໍຄື “ໂທເຄນ” ທີ່ບໍ່ສາມາດຈັບໄດ້, ບໍ່ສາມາດຄັດລອກ ຫຼື ປ່ຽນແປງຂໍ້ມູນໄດ້.

ປະໂຫຍດກໍຄື NFT ສາມາດເປັນສ່ວນໜຶ່ງຂອງທຸລະກິດ ເຊິ່ງສ່ວນຫຼາຍຈະຖືກໃຊ້ໃນວົງການສິລະປະ, ການລົງທຶນ ແລະ ເກມຕ່າງໆ. ຈາກການສັງເກດມານັ້ນ ບໍ່ວ່າຈະໃນວົງການສິລະປະ, ເກມ ຫຼື ຫຼາຍໆວົງການ ຜົນງານຈະມີມູນຄ່າຫຼາຍກໍຕໍ່ເມື່ອມັນເປັນຜົນງານທີ່ໄດ້ຮັບຄວາມນິຍົມ, ເປັນຜົນງານທີ່ຫາຍາກ ແລະ ມີຈຳນວນຈຳກັດ ຕົວຢ່າງເຊັ່ນ: ຜົນງານສິລະປະພາບ Everydays: the First 5,000 Days ສ້າງໂດຍ Beeple ທີ່ຖືກປະມູນໄປ 69,3 ລ້ານໂດລາສະຫະລັດ.

Everydays: The First 5000 days by Beeple
Everydays: The First 5000 days by Beeple

ຄວາມໜ້າສົນໃຈຂອງງານສິລະປະ NFT ແມ່ນ ບໍ່ວ່າໃຜຈະເປັນຜູ້ສ້າງຜົນງານ ຖ້າຫາກຜົນງານຂອງທ່ານເຂົ້າຕານັກສະສົມ ມັນກໍຈະມີຄ່າສະເໝີ.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/