2 ກັນຍາ 2021 ຄົບຮອບ 76 ປີ ວັນສິ້ນສຸດສົງຄາມໂລກຄັ້ງທີ 2


ສົງຄາມໂລກຄັ້ງທີ 2 (World War II) ມະຫາສົງຄາມອັນຍິ່ງໃຫຍ່ຂອງໂລກ ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 1 ກັນຍາ 1939 ໂດຍມີຫຼາຍກວ່າ 30 ປະເທດເຂົ້າຮ່ວມໃນສົງຄາມເທື່ອນີ້ ແລະ ກິນເວລາໄປເຖິງ 6 ປີ.

ຫຼັງຈາກປະເທດຍີ່ປຸ່ນຖືກໂຈມຕີຢ່າງຮຸນແຮງດ້ວຍລະເບີດປະລາມະນູສອງໜ່ວຍຢູ່ທີ່ເກາະ ຮິໂຣຊິມາ ແລະ ນາງາຊາກິ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໜັກ ປະກອບກັບສະຫະພາບໂຊວຽດໄດ້ປະກາດສົງຄາມກັບປະເທດຍີ່ປຸ່ນ ຈຶ່ງໄດ້ເຮັດໃຫ້ກອງທັບຂອງຍີ່ປຸ່ນເອງຕ້ອງການທີ່ຈະຢຸດສົງຄາມໂດຍໄວ.

ຈົນມາຮອດ ວັນທີ 2 ກັນຍາ 1945 ທ່ານ ມາໂມຣຸ ຊິເງມິດສຶ (Mamoru Shigemitsu) ຜູ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນໃນຕອນນັ້ນ  ໄດ້ລົງນາມຍອມຈຳນົນຕໍ່ສົງຄາມຢ່າງບໍ່ມີເງື່ອນໄຂໃດໆ ຈຶ່ງໄດ້ເຮັດໃຫ້ກຸ່ມສຳພັນທະມິດເປັນຝ່າຍໄດ້ຮັບໄຊຊະນະໃນສົງຄາມເທື່ອນີ້.

ເຊິ່ງການລົງນາມດັ່ງກ່າວໄດ້ຈັດຂຶ້ນທີ່ເຮືອຮົບ ມິຊູຣີ່ ຂອງກອງທັບສະຫະລັດ ທີ່ລອຍຢູ່ປາກອ່າວຂອງໂຕກຽວ ໂດຍມີຜູ້ລົງນາມທັງໝົດ 12 ທ່ານ, ຖືວ່າເປັນການສິ້ນສຸດສົງຄາມໂລກຢ່າງເປັນທາງການ ຜ່ານມາຮອດມື້ນີ້ (2 ກັນຍາ 2021) ກໍເປັນເວລາເຖິງ 76 ປີແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/